ປກສ ແຂວງຫລວງນໍ້າທາ ກັກຕົວໄວ້ລຸ້ນ 25 ຄົນ ທີ່ມົ້ວສຸມດື່ມນໍ້າກະທ່ອມ ມາສຶກສາອົບຮົມກ່າວເຕືອນ
ວັນທີ 6 ຕຸລາ 2023, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫລວງນໍ້າທາ ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ, ຕິດຕາມກວດກາ, ຊອກຫາກຸ່ມແກ້ງມົ້ວສຸມຜະລິດປຸງແຕ່ງ ແລະ ຄ້າ-ຂາຍນ້ຳກະທ່ອມ ຢູ່ພາຍໃນແຂວງ, ເຊິ່ງໄດ້ພົບເຫັນກຸ່ມໄວໜຸ່ມກຳລັງມົ້ວສຸມດື່ມນໍ້າກະທ່ອມຢ່າງຄຶກຄະນອງ ພ້ອມທັງເຂົ້າກັກຕົວພວກກ່ຽວໄດ້ທັງໝົດ 25 ຄົນ, ພ້ອມຂອງກາງ ໃບກະທ່ອມ, ນ້ຳຢາ…










