ຄົນລາວຍັງ ບໍ່ສາມາດເຂົ້າເຖິງການບໍລິການວາງແຜນຄອບຄົວຫລາຍກວ່າ 31%

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ລາຍງານ ວັນທີ 7 ຕຸລາ 2023 ນີ້ ວ່າ: ອັດຕາການບໍ່ສາມາດເຂົ້າເຖິງ ການບໍລິການ ການວາງແຜນຄອບຄົວ ທີ່ບໍ່ຖືກຕອບສະໜອງ (Unmet need) ຢູ່ ສປປ ລາວ ຍັງມີເຖິງ 31,1% ເຊິ່ງເຮົາມີຄວາມຈຳເປັນຕ້ອງສູ້ຊົນ ໃຫ້ບັນລຸໄດ້ 12% ໃນປີ 2030 ຕາມຄຳໝັ້ນສັນຍາ ຕໍ່ສາກົນ ໃນການພັດທະນາແບບຍືນຍົງ, ພ້ອມກັນນັ້ນ, ເພື່ອເປັນການຢືນຢັນຄືນ ຕໍ່ຄຳໝັ້ນສັນຍາ ຕໍ່ກັບກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD) ໃນປີ 2019, ລັດຖະບານແຫ່ງ ສປປ ລາວ ຈະໄດ້ເຂົ້າຮ່ວມກອງປະຊຸມດ້ານປະຊາກອນ ໃນຂົງເຂດ ອາຊີ ແລະ ປາຊີຟິກ ຄັ້ງທີ VII ໃນເດືອນພະຈິກ ປີ 2023 ນີ້ເພື່ອທີ່ຈະຢຸດຕິ ຄວາມຕ້ອງການທີ່ບໍ່ຖືກຕອບສະໜອງ ໃນການວາງແຜນຄອບຄົວ ແລະ ສືບຕໍ່ ສົ່ງເສີມທາງເລືອກ ເພື່ອໃຫ້ແມ່ຍິງ ສາມາດຕັດສິນໃຈ ແລະ ມີຄວາມເອກະລາດ ຕໍ່ຮ່າງກາຍ ແລະ ສຸຂະພາບຂອງເຂົາເຈົ້າ.

ລັດຖະບານລາວ ໄດ້ມີຄວາມພະຍາຍາມ ເພື່ອເຮັດໃຫ້ວຽກງານວາງແຜນຄອບຄົວສາມາດເຂົ້າໄປເຖິງ ໄວໜຸ່ມ-ໄວຈະເລີນພັນ ເພື່ອປັບປຸງສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສິດທິ ຂອງພວກເຂົາເຈົ້າ ໂດຍແຕ່ລະປີ ລັດຖະບານ ໄດ້ມີການສົມທົບທຶນ ຮ່ວມກັບ ອົງການ UNFPA ເພື່ອຈັດຊື້ຢາຄຸມກໍາເນີດ ຫລາຍຊະນິດ ເຊັ່ນ: ຢາຄຸມກໍາເນີດແບບເມັດ, ຢາສັກຄຸມກໍາເນີດ, ຮ່ວງອະນາໄມ, ເຂັມຝັງຄຸມກໍາເນີດ ແລະ ຖົງຢາງອະນາໄມ ເພື່ອມາແຈກຢາຍ ໃຫ້ປະຊາຊົນລາວບັນດາເຜົ່າ ທີ່ຢູ່ໃນຕົວເມືອງ ແລະ ເຂດຫ່າງໄກສອກຫລີກ ເຊິ່ງກຸ່ມເປົ້າໝາຍ ໄດ້ເຂົ້າໄປໃຊ້ບໍລິການ ໂດຍບໍ່ເສຍຄ່າ, ພ້ອມທັງ ສ້າງຄວາມເຂັ້ມແຂງ ຕາໜ່າງການບໍລິການວາງແຜນຄອບຄົວ ໃຫ້ລົງໄປຮອດເຂດທ້ອງຖິ່ນຫ່າງໄກສອກຫລີກ ໃນຂັ້ນສຸກສາລາ ແລະ ຂັ້ນບ້ານ ໂດຍມີອາສາສະໝັກສາທາລະນະສຸກຂັ້ນບ້ານ ເປັນຜູ້ແນະນຳ ກຸ່ມເປົ້າໝາຍ ໃຫ້ໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ ພ້ອມນັ້ນ ກໍໄດ້ມີການປະສານສົມທົບກັບຫລາຍຂະແໜງການ ເພື່ອເປັນການປະສານງານ ແລະ ເຊື່ອມສານເຂົ້າໄປໃນທຸກຂົງເຂດ ເຊັ່ນ: ອົງການຈັດຕັ້ງຂອງສະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ, ສະມາຄົມວາງແຜນຄອບຄົວ ແລະ ກະຊວງອື່ນໆ ອ້ອມຂ້າງກະຊວງສາທາລະນະສຸກ.

ຈາກການຈັດຕັ້ງປະຕິບັດຄືດັ່ງກ່າວ, ໄດ້ເຮັດໃຫ້ ສຸຂະພາບຂອງຜູ້ເປັນ ແມ່ ແລະ ເດັກໄດ້ມີການພັດທະນາທີ່ດີຂຶ້ນ ເປັນຕົ້ນ ການຖືພາ ມີໄລຍະຫ່າງອອກ ເຮັດໃຫ້ແມ່ ມີສຸຂະພາບດີ ມີເວລາເອົາໃຈໃສ່ໃນການລ້ຽງດູລູກ ໄດ້ຢ່າງເຕັມທີ, 3 ປີໃດ ມີລູກຄົນໜຶ່ງ ເຊິ່ງເຮົາສາມາດເວົ້າໄດ້ວ່າ ການວາງແຜນຄອບຄົວບໍ່ແມ່ນການຢັບຢັ້ງການເກີດ, ແມ່ທຸກຄົນສາມາດເອົາລູກໄດ້ ຕາມໃຈມັກ ຂຶ້ນກັບຄວາມສາມາດໃນການລ້ຽງດູ, ເສດຖະກິດຄອບຄົວ ມີຄວາມພ້ອມ.