ກະຊວງອຸດສາຫະກຳ ແລະ ການຄ້າ ສະຫລອງວັນມາດຕະຖານໂລກຄົບຮອບ 76 ປີ

ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫລງຂ່າວສະເຫລີມສະຫລອງ ວັນມາດຕະຖານໂລກ 14 ຕຸລາ 2023 ຄົບ 76 ປີ ຂຶ້ນໃນ ວັນທີ 16 ຕຸລາ 2023,   ເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ, ທັງເປັນການພັດທະນາວຽກງານມາດຕະຖານ ໃຫ້ຊຸກຍູ້ສົ່ງເສີມການຄ້າ, ການຜະລິດອຸດສາຫະກຳ, ລວມທັງການນໍາໃຊ້ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ໃຫ້ກາຍເປັນການພັດທະນາແບບຍືນຍົງຢ່າງແທ້ຈິງ. ນອກນັ້ນ, ການຢັ້ງຢືນຮັບຮອງເອົາມາດຕະຖານ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ການສ້າງຄວາມຍຸດຕິທຳໃນສັງຄົມ.

ອົງການມາດຕະຖານໂລກ ໄດ້ສ້າງຂຶ້ນ ໃນປີ 1947 ປັດຈຸບັນມີບັນດາປະເທດສະມາຊິກທັງໝົດ 169 ປະເທດ ມີຫ້ອງການສໍານັັກງານໃຫ່ຍກອງເລຂາປະຈຳຢູ່ເມືອງເຈນິວາ, ປະເທດສະວິດເຊີແລນ ມີໜ້າທີ່ໃນການສ້າງ ແລະ ຄຸ້ມຄອງມາດຕະຖານສາກົນ ແນໃສ່ເພື່ອຊຸກຍູ້, ສົ່ງເສີມການຈັດຕັ້ງປະຕິບັດມາດຕະຖານສາກົນໃຫ້ແກ່ບັນດາຜູ້ປະກອບການຕ່າງໆ ແລະ ການນຳໃຊ້ມາດຕະຖານສາກົນດັ່ງກ່າວ ໃຫ້ສ່ອດຄອງຕາມລະບຽບການຂອງອົງການການຄ້າໂລກ, ເປັນຕົ້ນການປະຕິບັດສັນຍາ ກ່ຽວກັບສິ່ງກິດຂວາງທາງດ້ານເຕັກນິກຕໍ່ການຄ້າ (WTO/TBT Agreement).

ສປປ ລາວ ໄດ້ລົງນາມເຂົ້າເປັນສະມາຊິກຜູ້ສັງເກດການຂອງອົງການມາດຕະຖານສາກົນ ເລີ່ມແຕ່ເດືອນ ມັງກອນ 2007 ແລະ ໄດ້ເລື່ອນເຂົ້າເປັນສະມາຊິກເຄີ່ງສົມບູນ ຫຼື correspondence member ໃນຕົ້ນ ປີ 2017 ນີ້ເປັນຕົ້ນມາ ພ້ອມທັງມີການເຄື່ອນໄຫວ ແລະ ຮ່ວມກິດຈະກຳຕ່າງໆ ໂດຍສະເພາະການສະເຫຼີມສະຫຼອງວັນມາດຕະຖານໂລກທຸກໆປີ ຄືວັນທີ 14 ຕຸລາ ທີ່ອົງການດັ່ງກ່າວໄດ້ກຳນົດເປັນວັນມາດຕະຖານໂລກ, ໃນປີນີ້ແມ່ນ ຄົບຮອບ 76 ປີ ແລະ ເປັນປີທີ 16 ຂອງ ສປປ ລາວ