ຈີນ ຈະເພີ່ມບ້ວງເງິນ ເພື່ອຊຸກຍູ້ເສດຖະກີດ ດ້ວຍມູນຄ່າ 56.000 ລ້ານຢວນ

ສຳນັກຂ່າວຣອຍເຕີ ລາຍງານ​ເມື່ອ​ບໍ່ດົນ​ມາ​ນີ້ວ່າ: ທະນາຄານກາງຈີນ ປະກາດ​ວ່າ ໄດ້ຫລຸດຜ່ອນອັດຕາດອກເບ້ຍໂຄງການເງິນກູ້ຢືມໄລຍະກາງ ແບບກຳນົດ ​ກຸ່ມເປົ້າໝາຍ (TMLF) ຫລຸດລົງ 0,20% ຈາກລະດັບ 3,15% ສູ່ລະດັບ 2,95%. ນອກຈາກນີ້ ທະນາຄານກາງຈີນ ຍັງ​ໄດ້ລະບຸກຽມເພີ່ມບ້ວງເງິນຜ່ານໂຄງການນີ້ປະມານ 56.100 ລ້ານຢວນໂຄງການນີ້ ມີໄລຍະເວລາກຳນົດ ປີ ເປັນອີກໜຶ່ງຊ່ອງທາງ ການເສີມສະພາບຄ່ອງ ຂອງລະບົບການເງິນ ​​ໂດຍ​ມີ​ການ​ນຳໃຊ້ ເມື່ອເດືອນ ທັນວາ ປີ 2018 ຄຽງຄູ່ກັບ ໂຄງການເງິນກູ້ ໄລຍະກາງ MLF ຊຶ່ງທາງທະນາຄານກາງ ຈີນ ໄດ້ຫລຸດອັດຕາດອກເບ້ຍລົງສອງຄັ້ງໃນປີນີ້​​​ຊື່​ງມີລະດັບຕ່ຳສຸດເປັນປະຫວັດການ ຢູ່​ທ່ີ 2,95% ເພື່ອກະຕຸ້ນເສດຖະກິດຈາກການແຜ່ລະບາດຂອງໄວຣັສໂຄວິດ-19./.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ