ຄະນະໂຄສະນາອົບຮົມສູນກາງພັກ​ເຜີຍ​ແຜ່​ເນື້ອ​​ໃນ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດ

​ໃນ​ວັນ​ທີ 5 ​ເມສານີ້ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ (ຄອສພ),​ ໄດ້ຈັດເຜີຍແຜ່​ເນື້ອ​ໃນຂອງ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດປະຈຳປີ 2016 ​ແລະ ທິດ​ທາງ​ແຜນການ​ປີ 2017, ​ໂດຍ​ການ​ເປັນ​ປະທານ​ຂອງທ່ານ ຄຳ​ໝັ້ນ ຈັນທະ​ລັງສີ ຮອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ. ຈຸດປະສົງ​ຂອງການ​ເຜີຍ​ແຜ່​ເນື້ອ​ໃນ​ດັ່ງກ່າວ​ເພື່ອ​ສຶກສາ​ອົບຮົມ​ໃຫ້​ສະມາຊິກ​ພັກ,​ ພະນັກງານ-ລັດຖະກອນພາຍ​ໃນ ຄອສພ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ບົດບາດ, ຄວາມ​ສຳຄັນ ​ແລະ ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ວຽກ​ງານ​ກວດກາ​ພັກ-​ລັດ…

ຍີ່ປຸ່ນຊ່ວຍລາວສ້າງຄວາມເຂັ້ມແຂງໃນຂະແໜງອາກອນ

ອົງການຮ່ວມມືສາກົນຍີ່ປຸ່ນ ແລະ ກົມສ່ວຍສາອາກອນກະຊວງການເງິນໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງໃຫ້ວຽກງານສ່ວຍສາອາກອນຂຶ້ນໃນວັນທີ 3-5 ເມສານີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງມີຫົວຂໍ້ສໍາຄັນຄື: (1) ນະໂຍບາຍສ່ວຍສາອາກອນ ແລະ ອາກອນມູນຄ່າເພີ່ມ. (2) ມາດຕະການພິເສດສຳລັບການຫລຸດພາລະບໍລິຫານຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. (3) ລະບົບການຫັກອາກອນເບື້ອງສົ້ນເຂົ້າ ແລະ (4) ຄວາມພະຍາຍາມກ່ຽວກັບການຕ້ານການສຸຈະລິດການຊຳລະໜີ້ ແລະ…

ເຈົ້າຫນ້າທີ່ອາວຸໂສຄະນະກຳມະການຄຸ້ມຄອງໄພພິບັດອາຊຽນຮ່ວມຫາລືວຽກງານຕ້ານໄພພິບັດ

ວັນທີ 4 ເມສານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມເຈົ້າຫນ້າທີ່ອາວຸໂສຄະນະກຳມະການຄຸ້ມຄອງໄພພິບັດອາຊຽນຄັ້ງທີ 30 (ACDM), ຂຶ້ນທີ່ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະ ມົນຕີກະຊວງດັ່ງກ່າວ, ມີທ່ານຮອງເລຂາທິການໃຫຍ່ອາຊຽນ, ຜູ້ຮັກສາການຫົວໜ້າສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຕົວແທນຈາກບັນດາປະເທດອາ…

ຢາງພາລາຊ່ວຍຄອບຄົວທ້າວແພງຫລຸດພົ້ນອອກຈາກຄວາມທຸກຍາກ

ບໍລິສັດລົງທຶນຢາງພາລາ ລາວຢຸນນານຈຳກັດ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ໃນປີ 2006, ມີ 4 ສາຂາຕັ້ງຢູ່ບັນດາ ແຂວງພາກເໜືອລາວຄື: ຫລວງນ້ຳທາ, ບໍ່ແກ້ວ, ຫລວງພະບາງ  ແລະ ແຂວງໄຊຍະບູລີ. ໃນປີ  2013 ທາງອຳນາດການປົກ ຄອງແຂວງຫລວງນ້ຳທາ…

ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳ ໃນຫົວຂໍ້ “ກ້າວສູ່ອາຊຽນຂອງວັດທະນະທຳຈີນ”

     ວັນທີ 4 ເມສານີ້, ສຳນັກພິມຈຳໜ່າຍຄວາມຮູ້ຮອບໂລກ ກະຊວງການຕ່າງປະເທດຈີນ ຮ່ວມກັບສູນວັດທະ ນະທຳຈີນປະຈຳລາວ ໄດ້ຈັດກິດຈະກຳພາຍໃຕ້ຫົວຂໍ້: “ການກ້າວສູ່ອາຊຽນຂອງວັດທະນະທຳຈີນ” ຂຶ້ນທີ່ນະຄອນ ຫລວງວຽງຈັນ ເຊິ່ງເປັນການແລກປ່ຽນວັດທະນະທຳສາກົນແບບໃໝ່ ໂດຍໄດ້ນຳເອົາຮູບພາບທາງດ້ານວັດທະ ນະທຳບູຮານຈີນອັນດີງາມ ແລະ ສິລະປະວັດທະນະທຳທ້ອງຖິ່ນທີ່ມີຈຳນວນຫລວງຫລາຍມາວາງສະແດງ ເພື່ອເປີດ ກວ້າງຮູບແບບຂອງການພັດທະນາອຸດສາຫະກຳວັດທະນະທຳເປັນເປົ້າໝາຍ. ພາຍໃນງານຍັງມີການວາງສະແດງ…

ມັນຕົ້ນສ້າງລາຍຮັບໝັ້ນຄົງໃຫ້ປະຊາຊົນເມືອງເຊໂປນ

ການປູກພືດອຸດສາຫະກຳເປັນສິນຄ້າ (ມັນຕົ້ນ) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຢູ່ມີກິນ, ສ້າງອາຊີບ  ແລະ ຄວາມໝັ້ນຄົງທາງດ້ານລາຍໄດ້, ເຮັດໃຫ້ຄຸນນະພາບຊີວິດດີຂຶ້ນສາມາດແກ້ໄຂຄວາມ ທຸກຍາກຂອງປະຊາຊົນເມືອງເຊໂປນແຂວງສະຫວັນນະເຂດໃຫ້ ຫລຸດໜ້ອຍຖອຍລົງເທື່ອລະກ້າວ. ຜູ້ອຳນວຍການບໍລິສັດປຸງແຕ່ງມັນຕົ້ນເຊໂປນເປີດເຜີຍວ່າ:  ໃນປີນີ້ປະຊາຊົນເມືອງເຊໂປນ ຫັນມາສົນໃຈຫລາຍຂຶ້ນໂດຍສະ ເລ່ຍປັດຈຸບັນທົ່ວເມືອງມີເນື້ອທີ່ ເກືອບ 2.000 ເຮັກຕາພາຍຫລັງ ບໍລິສັດພວກເຮົາເຂົ້າມາສະໜັບສະໜູນອັນໄດ້ເຮັດໃຫ້ປະລິມານ ເກັບຊື້ມັນຕົ້ນດິບໄດ້ບໍ່ຕ່ຳກວ່າ  20.000 ໂຕນຕໍ່ປີ…

ລັດຖະມົນຕີກະຊວງແຮງງານລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ

ວັນທີ 31 ມີນາຜ່ານມານີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະໄດ້ລົງເຄື່ອນໄຫວຊີ້ນຳວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຢູ່ແຂວງ ຫົວພັນ, ແລະ ໃນໂອກາດດັ່ງກ່າວທ່ານລັດຖະມົນຕີ ໄດ້ເຂົ້າພົບ ທ່ານຮອງເຈົ້າແຂວງຫົວພັນ, ເພື່ອປຶກສາຫາລືບາງວຽກງານກ່ຽວຂ້ອງ, ພ້ອມນີ້ຍັງໄດ້ເດີນ…

ລະນຶກວັນສ້າງຕັ້ງກອງບັນຊາການທະຫານແຂວງສະຫວັນນະເຂດ

ພິທີໂຮມຊຸມນຸມລະນຶກວັນ ສ້າງຕັ້ງກອງບັນຊາການທະຫານແຂວງສະຫວັນນະເຂດຄົບຮອບ   55 (25/3/1962-25/2017)   ໄດ້ຈັດຂຶ້ນໃນວັນທີ 28 ມີນາຜ່ານມານີ້ທີ່ແຂວງດັ່ງກ່າວໂດຍການ ສວນສະໜາມຂອງກຳລັງຈາກກົມກອງຕ່າງໆທີ່ສະແດງໃຫ້ເຫັນແຫ່ງການກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງຜ່ານຜ່າເສັ້ນທາງແຫ່ງການຕໍ່ສູ້ອົງອາດກ້າແກ່ນຂອງກຳລັງປະກອບອາວຸທ້ອງຖິ່ນໄດ້ມີຜົນງານ ແລະ ໄຊຊະນະທ່ີ່ນັບ ມື້ນັບໃຫຍ່ຫລວງຂຶ້ນເລື້ອຍໆ. ປະ ກອບສ່ວນເຂົ້າໃນການສ້າງສາ ຄວາມເຂັ້ມແຂງຂອງກອງທັບກໍຄືຂອງຊາວລາວເຮົາ. ສະຫາຍ ພົ/ວ ບົວວັນ ເພັງ …

ລາວເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມສະບັບປັບປຸງ

ກອງປະຊຸມເຜີຍແຜ່ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມສະບັບປັບປຸງໄດ້ມີຂື້ນໃນວັນທີ 31 ມີນານີ້ທີ່ນະຄອນຫລວງວຽງຈັນ,ໂດຍກະຊວງການເງິນ, ທະນາຄານໂລກ ແລະ ສະຫະພາບເອີຣົບປະຈຳລາວຮ່ວມກັນຈັດຂື້ນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ໄບຣອັນ ຟໍນາຣີ ຫົວໜ້າຝ່າຍການຮ່ວມມືສະຫະພາບເອີຣົບປະຈຳລາວ, ທ່ານນາງ ຊາລີ ເບີນິງແຮມ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຜູູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ…

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້ຄັ້ງທີ 4 ສະໄໝທີ V

  ວັນທີ 31 ມີນານີ້ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງເປີດກວ້າງຄັ້ງທີ 4 ສະໄໝທີ V, ໂດຍການເປັນປະສະຫາຍ ລຽນ ທີແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງດັ່ງກ່າວ. ສະຫາຍ ລຽນ ທີແກ້ວ ມີຄຳເຫັນຕໍ່ທີ່ປະຊຸມວ່າ: ເພື່ອເປັນການຜັນຂະຫຍາຍແຜນດຳເນີນງານຂອງຄະນະພັກກະຊວງພວກເຮົາ,…