ອັງກິດ ກຽມທົດລອງວັກແຊງໂຄວິດ-19 ກັບ 6.000 ຄົນ

ສະຖາບັນເຈນເນີ ມະຫາວິທະຍາໄລອອກຟອດຂອງອັງກິດ ກຽມທົດລອງວັກແຊງປ້ອງກັນໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ກັບອາສາສະໝັກ 6.000 ກວ່າຄົນ ພາຍໃນເດືອນໜ້າ ໂດຍຫວັງວ່າບໍ່ພຽງປອດໄພ, ແຕ່ຍັງຈະໄດ້ຜົນນຳອີກ.
ເວັບໄຊໜັງສືພິມນິວຢອກທາມໃນອາເມລິກາຕັ້ງຂໍ້ສັງເກດວ່າ: ທົ່ວໂລກກຳລັງເລັ່ງທົດລອງວັກແຊງໂຄວິດ-19 ສ່ວນຫລາຍທົດລອງກັບອາສາສະໝັກກຸ່ມນ້ອຍເປັນຫລັກຮ້ອຍຄົນ ເພື່ອທົດລອງຫາຄວາມປອດໄພຂອງວັກແຊງ, ແຕ່ສະຖາບັນເຈນເນີນຳໜ້າໄປກ່ອນ ເພາະຜົນການທົດລອງວັກແຊງຄ້າຍຄືກັນຫລາຍຄັ້ງກ່ອນພິສູດແລ້ວວ່າປອດໄພກັບຄົນ. ຂະນະນີ້ລໍຖ້າພຽງການອະນຸມັດສຸກເສີນຈາກທາງການ, ຖ້າຜົນການທົດລອງພົບວ່າໄດ້ຜົນ ຈະຜະລິດວັກແຊງຊຸດທຳອິດຫລາຍລ້ານໂດສໄດ້ພາຍໃນເດືອນກັນຍານີ້.
ຄະນະນັກວິໄຈຫ້ອງທົດລອງປະຕິບັດການຣ໊ອກກີເມົາເທນຂອງສະຖາບັນສຸຂະພາບແຫ່ງຊາດອາເມລິກາ ໄດ້ນຳເອົາວັກແຊງຂອງສະຖາບັນເຈນເນີ 1 ໂດສ ໄປທົດລອງສັກໃຫ້ລີງວອກ 6 ໂຕ ໃນເດືອນກ່ອນ, ຈາກນັ້ນໃຫ້ຮັບເຊື້ອໄວຣັສໂຄໂຣນາທີ່ເຮັດໃຫ້ເປັນໂຄວິດ-19 ໃນປະລິມານເຖິງຂັ້ນທີ່ເຮັດໃຫ້ລີງໂຕອື່ນໃນຫ້ອງທົດລອງປ່ວຍ. ຜົນປາກົດວ່າ: ໃນອີກ 28 ວັນຕໍ່ມາລີງທັງ 6 ໂຕຍັງແຂງແຮງ. ຄະນະນັກວິໄຈລະບຸວ່າ: ລີງວອກເປັນສັດທີ່ມີຄວາມໃກ້ຄຽງກັບຄົນຫລາຍ. ຂະນະນີ້ກຳລັງວິເຄາະຜົນຢູ່ ຫວັງວ່າຈະແບ່ງປັນກັບນັກວິໄຈອື່ນໆໄດ້ໃນອາທິດໜ້າ, ຈາກນັ້ນຈະເຜີຍແຜ່ໃນວາລະສານຕໍ່ໄປ.

