ກະຊວງ ຖວທ ສຳມະນາກອງປະຊຸມຝຶກອົບຮົມວຽກງານປ້ອງກັນພາຍໃນ

ໃນວັນທີ 14 ກຸມພານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປ້ອງກັນຂຶ້ນ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບພາຍໃນກະຊວງມີຄວາມເຂັ້ມແຂງ ແລະ ສ້າງພື້ນຖານໃນວຽກງານປ້ອງກັນໃຫ້ເປັນລະບົບ.
ກອງປະຊຸມດັ່ງກ່າວ, ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ, ທັງເປັນຜູ້ຊີ້ນຳວຽກງານປ້ອງກັນຄວາມສະຫງົບກະຊວງ ຖວທ ໂດຍມີຜູ້ຕາງໜ້າຈາກກົມ, ກອງອ້ອມຂ້າງກະຊວງເຂົ້າຮ່ວມ 70 ກວ່າຄົນ.
ທ່ານ ບົວເງິນ ຊາພູວົງ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມໃນຄັ້ງນີ້, ແມ່ນໄດ້ເຊື້ອເຊີນເອົາບັນດາສະຫາຍ ທີ່ມີຄວາມຮັບຜິດຊອບ, ມີປະສົບການສູງໃນການເຮັດວຽກງານປ້ອງກັນພາຍໃນ, ປ້ອງກັນສຳນັກງານ-ອົງການ ເພື່ອມາຖ່າຍທອດຄວາມຮູ້ໃນດ້ານຕ່າງໆ ໃຫ້ບັນດາສຳມະກອນ ເພື່ອເຮັດໃຫ້ການຈັດຕັ້ງວຽກງານປ້ອງກັນຢູ່ໃນສຳນັກງານ-ອົງການໃຫ້ມີຄວາມເຂັ້ມແຂງ, ທັງເປັນການເພີ່ມຄວາມມີສະຕິລະວັງຕົວ ແລະ ເຕົ້າໂຮມເອົາອ້າຍນ້ອງ, ຊາວໜຸ່ມຍິງ-ຊາຍໃຫ້ເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ.
ໃນກອງປະຊຸມ ບັນດາສຳມະນາກອນໄດ້ຮັບຟັງການບັນລະຍາຍເອກະສານສຳຄັນຕ່າງໆ ຈາກສຳມະນາກອນທີ່ມີປະສົບການມາຈາກກະຊວງປ້ອງກັນຄວາມສະຫງົບ ຊຶ່ງປະກອບມີພາລະບົດບາດຂອງວຽກງານປ້ອງກັນສຳນັກງານ-ອົງການ ແລະ ວຽກງານຕໍ່ຕ້ານການແຊກຊຶມ, ລີ້ຊ່ອນຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີເຂົ້າມາໃນກົງຈັກການຈັດຕັ້ງພັກ-ລັດຂັ້ນຕ່າງໆ.
ນອກຈາກນັ້ນ, ບັນດາສຳມະນາກອນຍັງໄດ້ຮັບຟັງບົດສະຫລຸບວຽກງານປ້ອງກັນກະຊວງ ຖວທ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມມີຄຳເຫັນແລກປ່ຽນຕໍ່ກອງປະຊຸມ.

