ກໍາປູເຈຍສັ່ງຫ້າມຂາຍເຄື່ອງດື່ມຊູກໍາລັງໃນໂຮງຮຽນ ຫລຸດຄວາມສ່ຽງພະຍາດເບົາຫວານໃນເດັກ
ລັດຖະບານກໍາປູເຈຍ ປະກາດຫ້າມຈໍາໜ່າຍເຄື່ອງດື່ມຊູກໍາລັງໃນໂຮງຮຽນ ເພື່ອບັນເທົາຄວາມສ່ຽງການເກີດພະຍາດເບົາຫວານໃນເຍົາວະຊົນ. ທ່ານ ຮັງ ຊວນນາຣອງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສຶກສາທິການ, ເຍົາວະຊົນ ແລະ ກິລາຂອງກໍາປູເຈຍ ກ່າວວ່າ: ຄໍາສັ່ງຫ້າມເນັ້ນປ້ອງກັນຄວາມສ່ຽງການເກີດພະຍາດບໍ່ຕິດຕໍ່ຊໍາເຮື້ອ ໂດຍສະເພາະພະຍາດເບົາຫວານ ເຊິ່ງມີສາເຫດມາຈາກການບໍລິໂພກເຄື່ອງດື່ມຊູກໍາລັງ ທີ່ມີນໍ້າຕານສູງ. …









