ອີຢູໃຫ້ຄຳໝັ້ນສັນຍາເພີ່ມທະວີການໜູນຊ່ວຍໃຫ້ແກ່ຢູເຄຣນ
ວິທະຍຸກະຈາຍສຽງຫວຽນາມ ລາຍງານວ່າ: ກອງປະຊຸມສຸດຍອດສະຫະພາບເອີຣົບ (EU) ໄດ້ຈັດຂຶ້ນວັນທີ 19 ທັນວາ 2024 ຢູ່ນະຄອນຫລວງບຣຸກແຊນຂອງແບນຊິກ, ບັນດາການນຳ EU ໄດ້ເຫັນດີເປັນເອກະພາບເພີ່ມທະວີການໜູນຊ່ວຍໃຫ້ແກ່ຢູເຄຣນ. ປັດຈຸບັນ, ອີຢູໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຢູເຄຣນຈຳນວນເງິນຫລາຍກວ່າ 130 ຕື້ ເອີໂຣ. ບ້ວງເງິນໜູນຊ່ວຍນີ້ບໍ່ພຽງແຕ່ແນໃສ່ຮັກສາດ້ານການເງິນຂອງຢູເຄຣນໃຫ້ເປັນ ປົກກະຕິເທົ່ານັ້ນຫາກຍັງຊ່ວຍໃຫ້ປະເທດນີ້ຊື້ວັດຖຸອຸປະກອນການທະຫານທີ່ຈຳເປັນອີກດ້ວຍ. ທ່ານ…










