ເປີດແລ້ວ ! ລົດໄຟຟ້າເສັ້ນທໍາອິດຂອງເມືອງໂຮ່ຈີມິງ ໃຊ້ເວລາກໍ່ສ້າງເຖິງ 17 ປີ
ລົດໄຟຟ້າເສັ້ນທໍາອິດຂອງເມືອງໂຮ່ຈີມິງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມເປີດຢ່າງເປັນທາງການ ພາຍຫລັງໃຊ້ເວລາກໍ່ສ້າງນັບແຕ່ປີ 2007, ສ່ວນຄ່າໂດຍສານເລີ່ມຕົ້ນພຽງ 7,000 ດົງ. ສໍານັກງານບໍລິຫານລົດໄຟເມືອງໂຮ່ຈີິງອອກຖະແຫລງການວ່າ: ລົດໄຟຟ້າເສັ້ນທໍາອິດຂອງເມືອງ ເສັ້ນທາງເບນແທງ-ສຸຍຕຽນ ໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 22 ທັນວາຜ່ານມາ ໂດຍມີໄລຍະທາງທັງໝົດ 19.7 ກິໂລແມັດ ແລະ…










