ອິດສະລາແອນຖືກກ່າວຫາວ່າ ຂ້າລ້າງເຜົ່າພັນ-ກວາດລ້າງກຸ່ມຊົນເຜົ່າຢູ່ເຂດກາຊາ

       ອິດສະລາແອນຜະເຊີນຂໍ້ກ່າວຫາກະທໍາການຂ້າລ້າງເຜົ່າພັນ ແລະ ສະແດງສັນຍານຂອງການກວາດລ້າງຊົນເຜົ່າໃນປະຕິບັດການທາງທະຫານຢູ່ເຂດກາຊາ, ແຕ່ລັດຖະບານເທວອາວີບຕອບໂຕ້ກັບວ່າ: ຄໍາກ່າວຫາເຫລົ່ານີ້ເປັນເລື່ອງຂີ້ຕົວະ.

       ອິດສະລາແອນຜະເຊີນຂໍ້ກ່າວຫາຈໍານວນຫລາຍລະຫວ່າງການເຮັດສົງຄາມ 14 ເດືອນ ກັບກຸ່ມຮາມັດຢູ່ເຂດກາຊາ ເຊິ່ງທາງການປະຕິເສດທຸກຂໍ້ກ່າວຫາມາໂດຍຕະຫລອດ.

       ໃນລາຍງານເນັ້ນເລື່ອງນໍ້າ ອົງການສິດທິມະນຸດ ຮິວແມນ ໄຣ ວອດ (HRW) ລະບຸລາຍລະອຽດກ່ຽວກັບສິ່ງທີ່ເອີ້ນວ່າ: ຄວາມພະຍາຍາມໂດຍເຈດຕະນາຂອງທາງການອິດສະລາແອນໃນລັກສະນະທີ່ເປັນລະບົບໃນການກີດກັນຊາວກາຊາບໍ່ໃຫ້ເຂົ້າເຖິງນໍ້າ ເຊິ່ງຄາດວ່າເຮັດໃຫ້ມີຜູ້ເສຍຊີວິດຫລາຍພັນຄົນ ແລະ ອາດຈະເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນອີກ.

       ເຖິງຢ່າງໃດກໍຕາມ, ກະຊວງການຕ່າງປະເທດອິດສະລາແອນ ລະບຸວ່າ: HRW ເຜີຍແຜ່ຂໍ້ຄວາມໃສ່ຮ້າຍປ້າຍສີ ເພື່ອສົ່ງເສີມໂຄສະນາຊວນເຊື່ອຕໍ່ຕ້ານອິດສະລາແອນ. ພ້ອມກ່າວວ່າ: ນັບແຕ່ໄລຍະເລີ່ມຕົ້ນຂອງສົງຄາມ ອິດສະລາແອນອໍານວນຄວາມສະດວກໃນການສົ່ງນໍ້າ ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ ເຂົ້າສູ່ເຂດກາຊາຢ່າງຕໍ່ເນື່ອງ ເຖິງວ່າຕ້ອງຜະເຊີນການໂຈມຕີແບບບໍ່ຫລຸດລົງຈາກກຸ່ມຮາມັດກໍຕາມ.

       ນອກຈາກນີ້, ສໍານັກງານປະສານງານກິດຈະກໍາຂອງລັດຖະບານອິດສະລາແອນໃນດິນແດນຢຶດຄອງ ພາຍໃຕ້ການເບິ່ງແຍງຂອງກະຊວງປ້ອງກັນປະເທດອິດສະລາແອນ ປະຕິເສດການໃຊ້ນໍ້າເປັນອາວຸດ ແລະ ຢືນຢັນວ່າ: ທໍ່ສົ່ງນໍ້າ 3 ເສັ້ນຈາກອິດສະລາແອນຍັງໃຊ້ໄດ້ຕາມປົກກະຕິຢູ່ເຂດກາຊາ.

      ອົງການແພດໄຮ້ພົມແດນ (MSF) ລະບຸໃນລາຍງານແຍກ ກ່າວຫາວ່າອິດສະລາແອນເຮັດໃຫ້ເກີດການທໍາລາຍລ້າງຢ່າງກວ້າງຂວາງຢູ່ເຂດກາຊາ ແລະ ຊີ້ໃຫ້ເຫັນເຖິງສັນຍານຂອງການກວາດລ້າງຊົນເຜົ່າທາງພາກເໜືອຂອງດິນແດນປາແລັສຕິນ.

      ໃນທາງກົງກັນຂ້າມ, ກະຊວງການຕ່າງປະເທດອິດສະລາແອນວິພາກວິຈານວ່າ: ລາຍງານຂອງ MSF ເປັນເລື່ອງທີ່ແຕ່ງຂຶ້ນ. ອີກທັງຍັງໃຫ້ຂໍ້ມູນປອມ ແລະ ສ້າງຄວາມເຂົ້າໃຈຜິດ ເນື່ອງຈາກອິດສະລາແອນບໍ່ໄດ້ຕັ້ງເປົ້າໂຈມຕີທີມແພດ ຫລື ບຸກຄົນທີ່ບໍ່ກ່ຽວຂ້ອງກັບກິດຈະກໍາກໍ່ການຮ້າຍ.