ກໍາປູເຈຍເຕືອນການແຜ່ລະບາດຂອງພະຍາດຫັດ ມີຜູ້ຕິດເຊື້ອສະສົມແລ້ວ 375 ຄົນໃນປີນີ້

ກະຊວງສາທາລະນະສຸກກໍາປູເຈຍເຕືອນໄພ ການແຜ່ລະບາດຂອງພະຍາດຫັດ ພາຍຫລັງພົບຜູ້ຕິດເຊື້ອສະສົມຢ່າງໜ້ອຍ 375 ຄົນແລ້ວໃນປີນີ້.
ຖະແຫລງການໂດຍກະຊວງສາທາລະນະສຸກກໍາປູເຈຍລະບຸວ່າ: ພະຍາດຫັດເປັນພະຍາດທີ່ເກີດຈາກເຊື້ອໄວຣັສທີ່ແຜ່ກະຈາຍໄດ້ງ່າຍ ແລະ ວ່ອງໄວຜ່ານລະບົບທາງເດີນຫາຍໃຈເຊັ່ນ: ການໄອ ຫລື ຈາມ ແລະ ສາມາດເຮັດໃຫ້ເກີດອາການເຈັບປ່ວຍຮຸນແຮງເຊັ່ນ: ຕາບອດ ສ້າງຄວາມເສຍຫາຍຕໍ່ສະໝອງ ຫລື ເສຍຊີວິດ ໂດຍສະເພາະໃນເດັກນ້ອຍທີ່ຂາດສານອາຫານ.
ທັງນີ້, ຈໍານວນຜູ້ຕິດເຊື້ອພະຍາດຫັດຢູ່ກໍາປູເຈຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແຂວງຢູ່ຕາມຊາຍແດນບາງແຫ່ງ. ຂະນະທີ່ນັບແຕ່ເດືອນມັງກອນປີນີ້ ຈົນຮອດຕົ້ນເດືອນທັນວາຜ່ານມາ ກໍາປູເຈຍຢືນຢັນຈໍານວນຜູ້ຕິດເຊື້ອພະຍາດຫັດສະສົມຢ່າງໜ້ອຍ 375 ຄົນ ກະຈາຍຢູ່ໃນ 17 ແຂວງ ຈຶ່ງຂໍໃຫ້ຜູ້ປົກຄອງພາລູກຫລານທີ່ມີອາຍຸລະຫວ່າງ 9 ເດືອນ ເຖິງ 5 ປີ ໄປຮັບວັກຊີນປ້ອງກັນພະຍາດຫັດ ແລະ ຫັດເຢຍລະມັນ ຢູ່ໂຮງໝໍ ແລະ ສູນສຸຂະພາບທຸກແຫ່ງໃນປະເທດ ໂດຍບໍ່ມີຄ່າໃຊ້ຈ່າຍ.
ກໍາປູເຈຍເຄີຍປະກາດການເປັນປະເທດບໍ່ມີພະຍາດຫັດ ໃນເດືອນມີນາ 2015. ເຖິງຢ່າງໃດກໍຕາມ, ກັບມາມີການຢືນຢັນການພົບຜູ້ຕິດເຊື້ອພະຍາດຫັດ ພາຍໃນໄລຍະເວລາອີກພຽງ 7 ເດືອນຕໍ່ມາ.

