ທະນາຄານໂລກເຕືອນ “ສົງຄາມ-ໂຄວິດ” ເຮັດໃຫ້ເສດຖະກິດໂລກສ່ຽງຕົກຕໍ່າຄັ້ງໃຫຍ່

ທະນາຄານໂລກຫລຸດທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ເຕືອນຄວາມສ່ຽງຂອງການທີ່ມະນຸດຕ້ອງຜະເຊີນສະພາບ “Stagflation”.

ວັນທີ 8 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານໂລກ ເຜີຍແພ່ລາຍງານ ການຄາດກະທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ວ່າ ອາດຫລຸດລົງມາຢູ່ 2,9% ໃນປີນີ້ ຫລຸດລົງມາຈາກ 5,7% ໃນປີຜ່ານມາ ແລະ ຫລຸດລົງ 1,2% ຈາກທີ່ເຄີຍຄາດການໄວ້ໃນເດືອນມັງກອນຜ່ານມາ ໂດຍຖ້າຄວາມສ່ຽງດັ່ງກ່າວເກີດຜົນໃນທາງຮູບປະທຳ ຄ່າລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວປະຊາກອນຈະເຫລືອສູນ.

ທັງນີ້, ອຸປະສັກຕໍ່ການເຕີບໃຫຍ່ຂອງເສດຖະກິດໂລກໃນປີນີ້ ຍັງກ່ຽວຂ້ອງກັບສົງຄາມລະຫວ່າງຣັດເຊຍກັບຢູເຄຣນ ແລະ ການທີ່ຈີນລັອກດາວເມືອງໃຫຍ່ຫລາຍແຫ່ງເພື່ອຄວບຄຸມໂຄວິດ-19 ໂດຍສະເພາະນະຄອນຊຽງໄຮ້. ທະນາຄານໂລກເບິ່ງວ່າທັງສອງປັດໄຈສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານໂລກຫລາຍ ແລະ ເພີ່ມຄວາມສ່ຽງຂອງການເກີດສະພາບ Stagflation ໝາຍເຖິງ: ເສດຖະກິດຂະຫຍາຍຕົວຊ້າສວນທາງກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ແລະ ເກີດຂຶ້ນຄັ້ງຫລ້າສຸດເມື່ອ 4 ທົດສະຫວັດກວ່າຜ່ານມາ.

ເພື່ອຫລຸດຄວາມສ່ຽງດັ່ງກ່າວ, ທະນາຄານໂລກສະເໜີການເພີ່ມການຊ່ວຍເຫລືອດ້ານມະນຸດສະທຳໃຫ້ຢູເຄຣນ, ຍົກລະດັບການຮ່ວມມືດ້ານການຜະລິດອາຫານ ແລະ ພະລັງງານ, ພ້ອມທັງຫລີກລ່ຽງການຕັ້ງຂໍ້ຈຳກັດການສົ່ງອອກ ແລະ ນຳເຂົ້າ ທີ່ອາດນຳໄປສູ່ການເພີ່ມຂຶ້ນຂອງລາຄາອາຫານ ແລະ ພະລັງງານ.