ຕວກກີເຊັນສັນຍາຊື້ລະບົບປ້ອງກັນ ໄພທາງອາກາດຈາກຣັດເຊຍ

ສື່ຕວກກີລາຍງານອ້າງປະທານາທິບໍດີ ເຣເຈບ ທາຍຍິບ ແອຣໂດອານ ຂອງຕວກກີ ທີ່ກ່າວວ່າ: ຕວກກີໄດ້ລົງນາມໃນຂໍ້ຕົກລົງກັບຣັດເຊຍ ເພື່ອຈັດຊື້ລະບົບລູກສອນໄຟຕໍ່ຕ້ານອາກາດຍານເອສ-400 ຈາກຣັດເຊຍ ເຊິ່ງຖືເປັນການຈັດຊື້ຍຸດໂທປະກອນໃຫຍ່ຄັ້ງທຳອິດຈາກຣັດເຊຍ.
ໜັງສືພິມເຮິຣິເຢດ ແລະ ສື່ອື່ນໆຢູ່ຕວກກີລາຍງານວ່າ: ປະທານາທິບໍດີ ແອຣໂດອານ ກ່າວວ່າ: ຕວກກີໄດ້ເຊັນສັນຍາຈັດຊື້ ເອສ-400 ຈາກຣັດເຊຍແລ້ວ ເຊິ່ງຖືເປັນຂໍ້ຕົກລົງຈັດຊື້ລະບົບລູກສອນໄຟຕໍ່ຕ້ານອາກາດຍານພື້ນສູ່ອາກາດຄັ້ງສຳຄັນຂອງຕວກກີທີ່ມີກັບປະເທດທີ່ບໍ່ແມ່ນສະມາຊິກອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (ນາໂຕ). ຜູ້ນຳຕວກກີກ່າວກັບນັກຂ່າວວ່າ: ທ່ານໄດ້ຫາລືເລື່ອງດັ່ງກ່າວກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ກ່ອນໜ້ານີ້. ການຈັດຊື້ລະບົບລູກສອນໄຟຕໍ່ຕ້ານອາກາດຍານຈາກປະເທດນອກສະມາຊິກນາໂຕຈະສ້າງຄວາມກັງວົນໃຫ້ປະເທດຕາເວັນຕົກທີ່ມີຍຸດໂທປະກອນທີ່ບໍ່ສອດຄ່ອງກັນໃນບັນດາສະມາຊິກ, ແຕ່ປະທານາທິບໍດີ ແອຣໂດອານ ກ່າວວ່າ: ຕວກກີມີສິດຈະຈັດຊື້ຍຸດໂທປະກອນຕາມຄວາມຈຳເປັນດ້ານປ້ອງກັນປະເທດ.

