ໄຂກອງປະຊຸມຜູ້ນຳອາຊຽນຢູ່ອິນໂດເນເຊຍ

ກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 42 ຢູ່ເມືອງລາບວນ ບາໂຈ (Labuan Bajo) ປະເທດອິນໂດເນເຊຍ ໄຂຂຶ້ນແລ້ວໃນວັນທີ 10 ພຶດສະພານີ້ ໂດຍມີຜູ້ນໍາຈາກ 8 ປະເທດສະມາຊິກອາຊຽນເຂົ້າຮ່ວມ. ສ່ວນມຽນມາບໍ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມກອງປະຊຸມນັບແຕ່ປີ 2021 ຫລັງປະສົບຄວາມລົ້ມເຫລວໃນການປະຕິບັດຕາມແຜນສັນຕິພາບ 5 ປະການ ເພື່ອຢຸດຄວາມຂັດແຍ່ງ.

ກອງປະຊຸມຄັ້ງນີ້ຖືເປັນກອງປະຊຸມຜູ້ນໍາອາຊຽນຄັ້ງທໍາອິດຂອງປີ 2023 ໂດຍອິນໂດເນເຊຍຮັບໜ້າທີ່ປະທານ ແລະ ເຈົ້າພາບຈັດກອງປະຊຸມ ພາຍໃຕ້ຄໍາຂວັນ “ອາຊຽນເປັນສູນກາງ ສັນສ້າງຄວາມຈະເລີນ” (ASEAN Matters: Epicentrum of Growth).

ເບື້ອງຕົ້ນຄາດວ່າກອງປະຊຸມຈະມີການຫາລືຫລາຍບັນຫາສໍາຄັນ ທັງແຜນຟື້ນຟູເສດຖະກິດຫລັງຍຸກໂຄວິດ, ການສ້າງປະຊາຄົມອາຊຽນ, ການສົ່ງເສີມການຮ່ວມມືລະຫວ່າງອາຊຽນກັບພາຄີພາຍນອກ ແລະ ພັດທະນາໃນພາກພື້ນ ແລະ ສາກົນທີ່ສໍາຄັນ.

ແຕ່ບັນຫາຮ້ອນທີ່ຄາດວ່າອາດຈະເປັນຫົວຂໍ້ຫລັກຂອງການຫາລືໃນເວທີອາຊຽນຄັ້ງນີ້ ຄືວິກິດຄວາມຂັດແຍ່ງໃນມຽນມາທີ່ທະວີຄວາມຮຸນແຮງຂຶ້ນໃນໄລຍະຜ່ານມາ ຫລັງກອງທັບມຽນມາເພີ່ມການໂຈມຕີກຸ່ມຕໍ່ຕ້ານທັງທາງບົກ ແລະ ທາງອາກາດ ແລະ ພະຍາຍາມຮວບອໍານາດກ່ອນການເລືອກຕັ້ງທີ່ວາງແຜນຈະຈັດຂຶ້ນໃນປີນີ້.

ກ່ອນໜ້ານີ້, ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ໃນຖານະປະທານອາຊຽນ ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກສະແດງທ່າທີເປັນໜຶ່ງດຽວກັນຕໍ່ບັນຫາມຽນມາ ເຊິ່ງຖືເປັນໜຶ່ງໃນຄວາມທ້າທາຍສຳຄັນຂອງພາກພື້ນ.

ເຖິງຢ່າງໃດກໍຕາມ, ຜ່ານມາອາຊຽນ ເຊິ່ງມີນະໂຍບາຍບໍ່ແຊກແຊງກິດຈະການຂອງປະເທດສະມາຊິກ ເລີ່ມສະແດງທ່າທີແຂງກະດ້າງຕໍ່ລັດຖະບານມຽນມາ ເນື່ອງຈາກຄວາມລົ້ມເຫລວໃນການດໍາເນີນຕາມຂໍ້ຕົກລົງ “ສັນທາມະຕິເພື່ອສັນຕິພາບ 5 ປະການ” ທີ່ຜູ້ນໍາລັດຖະບານມຽນມາຕົກລົງກັບອາຊຽນພາຍຫລັງເກີດການລັດຖະປະຫານ.

ໂດຍອາຊຽນມີມະຕິຫ້າມຜູ້ນໍາມຽນມາເຂົ້າຮ່ວມກອງປະຊຸມລະດັບສູງຕ່າງໆຈົນກວ່າຈະດໍາເນີນຕາມແຜນສັນຕິພາບດັ່ງກ່າວ ເຊິ່ງລວມທັງການຢຸດຕິການສູ້ຮົບ, ເລີ່ມຕົ້ນການເຈລະຈາ ແລະ ອະນຸຍາດໃຫ້ມີການເຂົ້າເຖິງດ້ານມະນຸດສະທໍາໄດ້ຢ່າງເຕັມສ່ວນ.

ຂະນະທີ່ອິນໂດເນເຊຍກໍພະຍາຍາມໃນການປະສານງານກັບກອງທັບມຽນມາ ລັດຖະບານເອກະພາບແຫ່ງຊາດ (National Unity Government of Myanmar: NUG) ແລະ ກຸ່ມຊາດພັນຕິດອາວຸດ ເພື່ອພະຍາຍາມເລີ່ມຕົ້ນການເຈລະຈາສັນຕິພາບ ແລະ ຫາທາງອອກສໍາລັບວິກິດທີ່ເກີດຂຶ້ນ.

ອ້າງອີງ:

https://www.reuters.com/…/myanmars-crisis-overshadows…/

https://www.nst.com.my/…/anwar-attends-asean-summit…

https://www.cnnphilippines.com/…/marcos-asean-summit.html

https://asean.mfa.go.th/…/dfm-specialenvoy-summit42th…