ໄທ ເປີດການເລືອກຕັ້ງທົ່ວປະເທດ ຢ່າງເປັນທາງການ
ວັນທີ 14 ພືດສະພາ 2023 ນີ້, ໄທ ເປີດການເລືອກຕັ້ງ ສະມາຊິກສະພາຜູ້ແທນ ລາສະດອນ (ສສ) ຊຸດໃໝ່ ທົ່ວປະເທດຢ່າງເປັນທາງການ ເລີ່ມແຕ່ ເວລາ 8 :00ໂມງ ຫາ 17:00 ໂມງ, ໂດຍມີສະຖານທີ່ບ່ອນບັດ ທັງໝົດ 95.000 ແຫ່ງ ທົ່ວປະເທດ.
ໃນໂອກາດນີ້ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ ແລະ ແຄນດິເດດນາຍົກລັດຖະມົນຕີໄທ ໃນສະໄໝນີ້ໄດ້ອອກມາໃຊ້ສິດໃນການເລືອກຕັ້ງ ຢູ່ເຂດບາງກອກ ແລະ ມີປະຊາຊົນທົ່ວປະເທດອອກມາເຕົ້າໂຮມກັນເພື່ອໃຊ້ສິດໃນເຂດເລືອກຕັ້ງທີ່ກຳນົດໄວ້ຢ່າງເປັນຂະບວນຟົດຟື້ນ.
ສຳລັບ ຜົນການເລືອກຄັ້ງດັ່ງກ່າວ ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ສາມາດຕິດຕາມ ຜົນການເລືອກຕັ້ງ ຜ່ານ
www.ectreport.com/by-province ຊຶ່ງເປັນເວັບໄຊທີ່ ຄະນະກຳມະການ ເລືອກຕັ້ງໄທ(EC) ເປີດໃຫ້ປະຊາຊົນສາມາດ ຕິດຕາມຜົນຄະແນນການເລືອກຕັ້ງ ສສ ໃນປີນີ້ຂອບເຂດທົ່ວປະເທດໂດຍຜົນການນັບຄະແນນລາຍງານທັງໝົດ 77 ແຂວງພ້ອມກັນປະເມີນເປັນເປີເຊັນວ່າ ຜົນການນັບຄະແນນ ແຕ່ລະໄລຍະຈະມີຄວາມໂປ່ງໃສ, ແນ່ນອນ ແລະ ຊັດເຈນຕໍ່ສາຍຕາປະຊາຊົນ.
ສຳລັບ ເລື່ອງຂອງຄວາມສະດວກ ແລະ ປອດໄພ ໄດ້ມີການວາງລະບົບຮັບຮອງຜູ້ເຂົ້າໃຊ້ງານພ້ອມກັນ ສູງເຖິງ 1 ລ້ານເທື່ອ ຕໍ່ນາທີ ແຕ່ຖ້າເກີນກວ່ານີ້ຈະມີການຂະຫຍາຍການຮອງຮັບໂດຍອັດຕະໂນມັດ.
ຂໍ້ມູນຈາກ:ສຳນັກຂ່າວAFP

