ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມເຂົ້າພົບທ່ານ ສີຈິ້ນຜິງ ອາທິດໜ້າ ໃນຖານະຜູ້ນຳຕ່າງປະເທດ ຄົນທຳອິດທີ່ຈີນຍອມໃຫ້ເຂົ້າພົບໃນຮອບ 2 ປີ
ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງເຂົ້າພົບປະທານປະເທດ ສີຈິ້ນຜິງ ຂອງຈີນ ໃນວັນທີ 25-26 ກໍລະກົດນີ້ ໂດຍທ່ານ ວີໂດໂດ ຖືເປັນຜູ້ນຳຈາກຕ່າງປະເທດຄົນທຳອິດທີ່ທາງການຈີນຍອມໃຫ້ເຂົ້າພົບແບບຕົວຕໍ່ຕົວໃນຮອບ 2 ປີ ເຊິ່ງສື່ລະບຸວ່າ: ນີ້ອາດເປັນການສົ່ງສັນຍານທີ່ສຳຄັນວ່າຈີນຍອມຫລຸດຜ່ອນມາດຕະການສະກັດໂຄວິດທີ່ເຂັ້ມງວດລົງ ເພື່ອຮັດແໜ້ນການພົວພັນທາງການທູດກັບປະເທດອື່ນໆ. ທ່ານ ຫວັງເຫວິນປິນ…










