ກຳປູເຈຍພົບຜູ້ບາດເຈັບ-ເສຍຊີວິດ ຈາກວັດຖຸລະເບີດຕົກຄ້າງ ເພີ່ມ 54% ເຄິ່ງທຳອິດຂອງປີນີ້

ວັນທີ 19 ກໍລະກົດ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລາຍງານຈາກສຳນັກປະຕິບັດການລະເບີດຕົກຄ້າງ ແລະ ການຊ່ວຍເຫລືອຜູ້ເສຍຫາຍແຫ່ງກຳປູເຈຍ (CMAA) ເປີດເຜີຍວ່າ: ກຳປູເຈຍພົບຜູ້ບາດເຈັບ ຫລື ເສຍຊີວິດຈາກວັດຖຸລະເບີດຕົກຄ້າງຈາກສົງຄາມ (ERW) ໃນ 6 ເດືອນຕົ້ນປີ 2022 ຈຳນວນ 40 ຄົນ ເພີ່ມຂຶ້ນ 54% ເມື່ອທຽບໃສ່ຕົວເລກ 26 ຄົນໃນໄລຍະດຽວກັນຂອງປີກ່ອນ.

ລາຍງານລະບຸວ່າ: ກຳປູເຈຍພົບປະຊາຊົນເສຍຊີວິດ 10 ຄົນ, ບາດເຈັບ 23 ຄົນ ແລະ ສູນເສຍອະໄວຍະວະອີກ 7 ຄົນ ໄລຍະເດືອນມັງກອນ-ມິຖຸນາຜ່ານມາ ໂດຍຕົວເລກດັ່ງກ່າວ ບວກກັບຜູ້ຊາຍ 27 ຄົນ, ຜູ້ຍິງ 1 ຄົນ ແລະ ເດັກ 12 ຄົນ.

ໄລຍະລະຫວ່າງປີ 1979 ຈົນຮອດເດືອນມິຖຸນາ 2022 ວັດຖຸລະເບີດຕົກຄ້າງຈາກສົງຄາມໄດ້ຂ້າຊີວິດປະຊາຊົນ 19.818 ຄົນແລ້ວ ແລະ ສົ່ງຜົນໃຫ້ມີຜູ້ບາດເຈັບ ຫລື ສູນເສຍອະໄວຍະວະອີກ 45.186 ຄົນ.

ກຳປູເຈຍເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດຕົກຄ້າງຈາກສົງຄາມຫລາຍທີ່ສຸດໃນໂລກ ໂດຍໄລຍະສົງຄາມ ແລະ ຄວາມຂັດແຍ່ງພາຍໃນຍາວນານ 3 ທົດສະວັດທີ່ສິ້ນສຸດໃນປີ 1998 ມີລະເບີດຝັງດິນ ແລະ ອາວຸດອື່ນໆ ຖືກຖິ້ມໄວ້ໃນກຳປູເຈຍປະມານ 4-6 ລ້ານອັນ.

ຂໍ້ມູນຈາກມະຫາວິທະຍາໄລເຢລລະບຸວ່າ: ອາເມລິກາຖິ້ມລະເບີດປະມານ 230.516 ລູກ ໃນເນື້ອທີ່ 113.716 ຈຸດທົ່ວກຳປູເຈຍ ລະຫວ່າງປີ 1965-1973.

ທ່ານ ຫລີ ທຸຈ ຮອງປະທານຄົນທຳອິດຂອງ CMAA ກ່າວວ່າ: ກຳປູເຈຍກຳຈັດເນື້ອທີ່ປົນເປື້ອນວັດຖຸລະເບີດຕົກຄ້າງຈາກສົງຄາມ 2.410 ຕາກິໂລແມັດ ນັບແຕ່ປີ 1992 ຈົນຮອດປັດຈຸບັນ. ອີກທັງທຳລາຍລະເບີດສັງຫານບຸກຄົນຫລາຍກວ່າ 1,1 ລ້ານອັນ, ລະເບີດທຳລາຍຍານພາຫະນະຫລາຍກວ່າ 26.000 ອັນ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມເກືອບ 3 ລ້ານອັນ, ແຕ່ກຳປູເຈຍຍັງຕ້ອງກຳຈັດເນື້ອທີ່ປົນເປື້ອນວັດຖຸລະເບີດດັ່ງກ່າວທີ່ເຫລືອອີກ 716 ຕາກິໂລແມັດ.

ທ່ານ ທຸຈ ກ່າວອີກວ່າ: ຊາວກຳປູເຈຍປະມານ 1 ລ້ານຄົນຍັງດຳລົງຊີວິດດ້ວຍຄວາມຢ້ານກົວ ແລະ ເຮັດວຽກໃນເນື້ອທີ່ທີ່ມີວັດຖຸລະເບີດຕົກຄ້າງຢູ່. ເຖິງຢ່າງໃດກໍດີ, ກຳປູເຈຍຕັ້ງເປົ້າກຳຈັດອາວຸດຕົກຄ້າງເຫລົ່ານີ້ພາຍໃນປີ 2025 ແລະ ຕ້ອງການງົບປະມານຢ່າງໜ້ອຍ 90 ລ້ານໂດລາສະຫະລັດ ເພື່ອບັນລຸເປົ້າໝາຍນີ້.