ຍ້ອນຫຍັງ? ສະພາບຫຍໍ້ທໍ້ຂອງຮ້ານບັນເທີງຈຶ່ງມັກເກີດມີຂຶ້ນ

ໂດຍ: ທ່ຽງທຳ
ເພ່ືອນຜູ້ອ່ານທີ່ຮັກແພງຫລາຍຄົນຄົງຈະເຂົ້າໃຈດີ, ຖ້າເວົ້າເຖິງຮ້ານບັນເທີງກໍຈະໝົດໄປເລື່ອງສຸລານາລີ ເພື່ອຜູ້ເຂົ້າມາໃຊ້ບໍລິການໄດ້ເບີກບານມ່ວນຊື່ນໄດ້ຮ້ອງລຳທຳເພງ, ມ່ວນຊື່ນເຮຮາໄປຕາມພາສາຂອງຜູ້ດື່ມຜູ້ເມົາ, ບາງຄົນກາຍເຖືອດກໍມັກມີປາກມີສຽງ, ມີການປະພຶດທີ່ບໍ່ສາມາດຄວບຄຸມຕົນເອງບໍ່ໄດ້ ກໍ່ໃຫ້ເກີດການຜິດຖຽງ ບາງລາຍກໍເຖິງຂັ້ນລົງໄມ້ລົງມືອາລະວາດຕີກັນ, ຍິງກັນຕາຍກໍມີ, ແຕ່ສ່ວນຜູ້ເປັນເຈົ້າຂອງກໍບໍ່ສາມາດຄວບຄຸມໄດ້ນັບມື້ເກີດບານປາຍໄປໃນທາງທີ່ບໍ່ສອດຄ່ອງແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ, ປະປ່ອຍໃຫ້ມີການມົ້ວສຸມໄພສັງຄົມ ແມ່ຈ້າງນາງເລງເກີດຂຶ້ນ ແລະ ຮ້າຍແຮງໄປກວ່ານັ້ນ ມີບາງບ່ອນກາຍເປັນບ່ອນມົ້ວສຸມຢາເສບຕິດກໍມີ. ແຕ່ເປັນຫຍັງຜູ້ປະກອບການເຫລົ່ານັ້ນຈຶ່ງສາມາດຄົງຕົວມາໄດ້ ແລະ ເປັນຫຍັງເບື້ອງເຈົ້າໜ້າທີ່ ແລະ ອຳນາດການປົກຄອງ, ຂະແໜງການກ່ຽວຂ້ອງຈຶ່ງປະປ່ອຍໄປ.
ອັນນີ້ກໍເວົ້າຍາກ ບາງຮ້ານໃຫ້ປິດມື້ນີ້ ແຕ່ມື້ໜ້າກໍເປີດມາໃໝ່ແລ້ວ ແລະ ຜູ້ເປັນເຈົ້າຂອງຫລາຍຄົນກໍຮູ້ດີວ່າ: “ປິດໄດ້ກໍຕ້ອງເປີດໄດ້” ເພາະທຸກຄົນຍັງມີປາກຖົງປີ້ນຂຶ້ນເບື້ອງເທິງຢູ່. ດັ່ງນັ້ນ ກ່ອນຈະເຮັດອັນໃດກໍຕ້ອງມີທີ່ເພິ່ງ, ມີການບິແບ່ງຈຶ່ງຢູ່ນຳກັນໄດ້ ແລະ ເມື່ອເປັນແນວນີ້ ເຮົາຈະແກ້ໄຂແນວໃດ ? ໃນຂະນະທີ່ບາງຮ້ານມີຄຳສັ່ງໃຫ້ປິດ ແຕ່ກໍຍັງເປີດບໍລິການຢູ່ ແລະ ກໍບໍ່ມີໃຜສາມາດຢັບຢັ້ງມັນໄດ້.
ດັ່ງນັ້ນ ເພື່ອຈະເຮັດການປະຕິຮູບດ້ານນີ້ກໍຕ້ອງໄດ້ເຮັດມາແຕ່ເທິງລົງລຸ່ມ ແລະ ທຸກຂະແໜງການ ນັບທັງເບື້ອງເຈົ້າໜ້າທີ່ກໍຈະຕ້ອງໄດ້ເປັນຫລັກໃນການກວດກາຕິດຕາມບ່ອນໃດ, ຮ້ານບັນເທີງໃດຫາກມີການເຄື່ອນໄຫວບໍ່ຖືກຕ້ອງ ກໍຕ້ອງມີມາດຕະການເດັດຂາດ ເພື່ອໃຫ້ຢຸດຕິ ຫລື ມີການປັບປຸງແກ້ໄຂໃຫ້ໄປຕາມລະບຽບແທ້, ບໍ່ແມ່ນວ່າເວົ້າແນວໜຶ່ງແຕ່ໄປເຮັດແນວໜຶ່ງ. ຖ້າປະປ່ອຍສະພາບແບບນີ້ແກ່ຍາວໄປ ກໍຈະເປັນຈຸດຕົ້ນຕໍເພື່ອເບື່ອເມົາຊາວໜຸ່ມເຍົາວະຊົນເຮົາກໍເປັນໄດ້.

