ເອີຣົບຜະເຊີນວິກິດຄື້ນຄວາມຮ້ອນ ອັງກິດແລ້ງໜັກ ຝຣັ່ງຜະເຊີນໄຟໄໝ້ປ່າຄັ້ງໃຫຍ່

ຫລາຍປະເທດໃນທະວີບເອີຣົບ ຜະເຊີນຜົນກະທົບຮຸນແຮງຈາກຄື້ນຄວາມຮ້ອນ ໂດຍຝຣັ່ງກຳລັງຜະເຊີນສະຖານະການໄຟໄໝ້ປ່າຄັ້ງໃຫຍ່ໃກ້ເມືອງບໍໂດ ທາງຕາເວັນຕົກສຽງໃຕ້, ຂະນະທີ່ຫລາຍພື້ນທີ່ຂອງອັງກິດກຳລັງຜະເຊີນໄພແຫ້ງແລ້ງຂັ້ນຮຸນແຮງ.

ໂດຍວັນທີ 12 ສິງຫາ, ເຈົ້າໜ້າທີ່ມອດໄຟຈາກເຢຍລະມັນ, ຣູມາເນຍ, ເກຣັກ ແລະ ຫລາຍປະເທດທົ່ວເອີຣົບ ໄດ້ເດີນທາງໄປຝຣັ່ງ ເພື່ອຮ່ວມມືກັບເຈົ້າໜ້າທີ່ມອດໄຟທ້ອງຖິ່ນຫລາຍກວ່າ 1.000 ຄົນ ໃນການພະຍາຍາມຄວບຄຸມເຫດໄຟໄໝ້ປ່າຄັ້ງໃຫຍ່ດັ່ງກ່າວ ເຊິ່ງເຜົາຜານເນື້ອທີ່ປ່າໄປແລ້ວ 46.000 ກວ່າໄລ່.

ເປວໄຟເຊິ່ງໄໝ້ລາມຢ່າງວ່ອງໄວ ແລະ ຢູ່ຫ່າງຈາກຕົວເມືອງບໍໂດປະມານ 30 ກິໂລແມັດ ສົ່ງຜົນໃຫ້ເຮືອນຫລາຍຫລັງໄດ້ຮັບຄວາມເສຍຫາຍ ແລະ ຊາວເມືອງ 10.000 ກວ່າຄົນ ຕ້ອງອົບພະຍົບໜີໄປຈຸດປອດໄພ.

ຂະນະທີ່ທາງການຝຣັ່ງໄດ້ລະດົມເຮລິກົບແຕຖອກນ້ຳ 9 ລຳຊ່ວຍມອດໄຟ ແລະ ຍັງໄດ້ຮັບການຊ່ວຍເຫລືອຈາກເຮືອບິນມອດໄຟຂອງເກຣັກ ແລະ ຊູແອັດ, ແຕ່ການຄວບຄຸມໄຟຍັງເຮັດໄດ້ຢ່າງຍາກລຳບາກ ເນື່ອງຈາກກະແສລົມແຮງ ອີກທັງລະດັບອຸນຫະພູມທີ່ເພີ່ມສູງຈາກອິດທິພົນຄື້ນຄວາມຮ້ອນ ສົ່ງຜົນໃຫ້ເກີດໄຟໄໝ້ປ່າຂຶ້ນໃໝ່ໃນຫລາຍຈຸດ.

ນອກຈາກນີ້, ຢູ່ປ໋ອກຕຸຍການ ເຊິ່ງຜະເຊີນໄຟໄໝ້ປ່າໃນພື້ນທີ່ພາກກາງຕໍ່ເນື່ອງມາກວ່າ 1 ອາທິດ ໂດຍຫລ້າສຸດມີກຳລັງເຈົ້າໜ້າທີ່ມອດໄຟ 1.600 ກວ່າຄົນ ພ້ອມເຮືອບິນມອດໄຟ 13 ລຳ ພະຍາຍາມຄວບຄຸມໄຟທີ່ເຜົາຜານເນື້ອທີ່ປ່າໃນອຸທະຍານແຫ່ງຊາດເຊີຣາດາ ເອສເຕຣລາ (Serra da Estrela National Park) ໄປແລ້ວຫລາຍກວ່າ 15%.

ຂະນະດຽວກັນ, ສະພາບຄື້ນຄວາມຮ້ອນທີ່ແຜ່ປົກຄຸມເອີຣົບ ຍັງສົ່ງຜົນໃຫ້ເກີດໄພແລ້ງ ໂດຍຢູ່ເຢຍລະມັນພົບວ່າລະດັບນ້ຳໃນແມ່ນ້ຳໄຣ ຫລຸດລົງຈົນເຮືອສິນຄ້າຫລາຍລຳບໍ່ສາມາດເດີນທາງໄດ້.

ສ່ວນຢູ່ອັງກິດ ເຊິ່ງຜະເຊີນສະພາບອາກາດຮ້ອນ ແລະ ແລ້ງຕໍ່ເນື່ອງມາຫລາຍອາທິດ ສົ່ງຜົນໃຫ້ລັດຖະບານຕ້ອງປະກາດສະພາບແຫ້ງແລ້ງຢ່າງເປັນທາງການໃນພື້ນທີ່ພາກໃຕ້, ກາງ ແລະ ຕາເວັນອອກ ໂດຍຖືເປັນການຜະເຊີນໄພແລ້ງຄັ້ງທຳອິດໃນຮອບ 4 ປີ ເຊິ່ງໃນໄລຍະເດືອນກໍລະກົດຜ່ານມາ ຍັງຖືເປັນເດືອນກໍລະກົດທີ່ແຫ້ງແລ້ງທີ່ສຸດຂອງອັງກິດໃນຮອບ 87 ປີ ຫລື ນັບແຕ່ປີ 1935 ໂດຍມີຝົນຕົກສະເລ່ຍໝົດເດືອນພຽງ 35%.

ອ້າງອີງ: