ເຮືອດຳນໍ້າໄທທັນຍັງເຫລືອອອກຊີເຈນ 30 ຊົ່ວໂມງ ຜູ້ໂດຍສານລ້ວນແຕ່ເປັນນັກທຸລະກິດທີ່ມີຊື່ສຽງ

ຈາກເຫດການ ເຮືອດໍານໍ້ານຳທ່ຽວໄທທັນ ພ້ອມເຈົ້າໜ້າທີ່ຜູ້ຄວບຄຸມເຮືອ 1 ຄົນ ແລະ ຜູ້ໂດຍສານ 4 ຄົນ ສູນຫາຍໄປໃນວັນທີ 18 ມິຖຸນາຜ່ານມາ, ຮອດ ເວລາ 13:00 ໂມງ ຂອງວັນທີ 21 ມິຖຸນາ 2023 ນີ້ ມີລາຍງານເພີ່ມຕື່ມວ່າ  ເຫລືອອອກຊີເຈນໃນເຮືອດຳນໍ້າລຳດັ່ງກ່າວ ອີກເຫລືອປະມານ 30 ຊົ່ວໂມງກໍຈະໝົດ.

ທາງເຈົ້າໜ້າທີ່ເຝົ້າຍາມ ຝັ່ງສະຫະລັດ ເປີດເຜີຍວ່າ: ຍັງບໍ່ພົບຄວາມຄືບໜ້າໃນການຄົ້ນຫາເຮືອລຳດັ່ງກ່າວ ໂດຍປົກກະຕິແລ້ວເຮືອດຳນ້ຳໄທທັນ ມີອອກຊີເຈນທີ່ສາມາດຢູ່ໃຕ້ນ້ຳໄດ້ດົນເຖິງ 96 ຊົ່ວໂມງ ຫລື 4 ວັນ, ເຊິ່ງຜູ້ໂດຍສານ 4 ຄົນທີ່ຢູ່ໃນເຮືອລຳນັ້ນລວມມີ  Hamosh Harding ອາຍຸ 58 ປີ ເປັນນັກສຳຫລວດຊາວອັງກິດ ແລະ ມີທຸລະກິດ,  Shahzada Dawood ອາຍຸ 48 ປີ ນັກທຸລະກິດຊາວປາກິດສະຖານ,  Stockton Rush ອາຍຸ 61 ປີ ປະທານບໍລິສັດ ໂອຊຽນເກດ ເອັກເພດິຊັນ ເຈົ້າຂອງເຮືອດຳນ້ຳ ແລະ Paul-Henry Nargeolet ນັກສຳຫລວດຊາວຝຣັ່ງ ອາຍຸ 77 ປີ ຜູ້ໃຫ້ບໍລິການນຳທ່ຽວຊົມຊາກເຮືອໄທທານິກ.