ອາເມລິກາຍົກເລີກຄຳແນະນຳ ກັກຕົວຫລັງໃກ້ຊິດຄົນຕິດໂຄວິດ ແລະ ບໍ່ຕ້ອງເວັ້ນໄລຍະຫ່າງອີກຕໍ່ໄປ

ໜ່ວຍງານສາທາລະນະສຸກອາເມລິກາປ່ຽນຄຳແນະນຳດ້ານໂຄວິດ-19 ຫລັງເບິ່ງວ່າປະຊາກອນມີພູມຕ້ານທານສູງກວ່າ 95% ແລ້ວ.
ສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC) ອອກປະກາດຫລຸດຜ່ອນມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍຍົກເລີກຄຳແນະນຳທີ່ລະບຸວ່າ: ໃຫ້ຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອຕ້ອງກັກຕົວ ແລະ ບໍ່ຈຳເປັນຕ້ອງມີການເວັ້ນໄລຍະຫ່າງທາງສັງຄົມຢ່າງໜ້ອຍ 6 ຟຸດອີກຕໍ່ໄປ.
ໂດຍໃນກຸ່ມຜູ້ທີ່ມີຜົນກວດໂຄວິດເປັນບວກ CDC ແນະນຳໃຫ້ກັກຕົວຢ່າງໜ້ອຍ 5 ວັນ ແລະ ສາມາດອອກຈາກການກັກຕົວໄດ້ຖ້າປາສະຈາກໄຂ້ເກີນ 24 ຊົ່ວໂມງໂດຍບໍ່ຕ້ອງກິນຢາຫລຸດໄຂ້.
ເຖິງຢ່າງໃດກໍຕາມ, ຍັງມີການແນະນຳໃຫ້ໃສ່ຜ້າປິດປາກໃນພື້ນທີ່ທີ່ມີການລະບາດໃນຊຸມຊົນສູງ ຫລື ໃນຜູ້ທີ່ມີຄວາມສ່ຽງສູງໃນການຈະມີອາການປ່ວຍໜັກຖ້າໄດ້ຮັບເຊື້ອ.
ການປ່ຽນແປງຄັ້ງນີ້ເກີດຂຶ້ນຫລັງຈາກ CDC ຄາດຄະເນວ່າ: 95% ຂອງປະຊາກອນກຸ່ມອາຍຸ 16 ປີຂຶ້ນໄປໃນອາເມລິກາມີພູມຕ້ານທານຕໍ່ພະຍາດໂຄວິດ-19 ແລ້ວ ທັງຈາກການໄດ້ຮັບວັກຊີນ ແລະ ການຕິດເຊື້ອ.
ເຖິງວ່າສະຖານທີ່ຫລາຍແຫ່ງໃນອາເມລິກາຈະຍົກເລີກມາດຕະການເວັ້ນໄລຍະຫ່າງມາດົນແລ້ວ, ແຕ່ຍັງມີບາງບ່ອນຍັງຕ້ອງຢຶດຄຳແນະນຳຂອງ CDC ເປັນຫລັກຢູ່ ໂດຍສະເພາະໃນໂຮງຮຽນ, ຄາດວ່າການປ່ຽນແປງຮອບນີ້ຈະເຮັດໃຫ້ນັກຮຽນບໍ່ຕ້ອງພັກຮຽນເລື້ອຍໆຄືກ່ອນໜ້ານີ້.
ປັດຈຸບັນ ອາເມລິກາມີຜູ້ຕິດເຊື້ອສະເລ່ຍປະມານ 100.000 ຄົນຕໍ່ວັນ ແລະ ມີຜູ້ເສຍຊີວິດ 300-400 ຄົນຕໍ່ວັນ.
ອ້າງອີງ:

