IS ອ້າງຮັບຜິດຊອບເຫດລະເບີດຢູ່ອີຣານ ມີຜູ້ເສຍຊີວິດ 84 ຄົນ

ກຸ່ມລັດອິດສະລາມ ຫລື IS ເຜີຍແພ່ປະກາດຜ່ານ Telegram ອ້າງຄວາມຮັບຜິດຊອບໃນການກໍ່ເຫດລະເບີດໂຈມຕີຝູງຊົນຊາວອີຣານ ທີ່ໄປຮ່ວມພິທີລະນຶກຄົບຮອບ 4 ປີ ການເສຍຊີວິດຂອງນາຍພົນ ກໍເຊັມ ສຸໄລມານີ ອະດີດຜູ້ບັນຊາການກອງກໍາລັງພິທັກປະຕິວັດອິດສະລາມ ໂດຍເກີດລະເບີດ 2 ຄັ້ງຊ້ອນຢູ່ບໍລິເວນໃກ້ສຸສານຂອງທ່ານໃນເມືອງເຄມານ ທາງຕາເວັນອອກສຽງໃຕ້ຂອງອີຣານ ໃນວັນທີ 3 ມັງກອນຜ່ານມາ.
IS ຍັງໄດ້ເຜີຍແພ່ຮູບຜ່ານສໍານັກຂ່າວ Amaq ທີ່ສະແດງໃຫ້ເຫັນຜູ້ຊາຍໃສ່ໜ້າກາກ 2 ຄົນ ເຊິ່ງທາງກຸ່ມລະບຸວ່າເປັນມືລະເບີດທີ່ຮັບຜິດຊອບການກໍ່ເຫດ. ພ້ອມລະບຸລາຍລະອຽດວ່າເປັນການລະເບີດຂ້າຕົວຕາຍ ໂດຍມືລະເບີດຄົນທໍາອິດໄດ້ຈູດສະນວນເຂັມຂັດລະເບີດທ່າມກາງຝູງຊົນ ຕໍ່ມາແມ່ນມືລະເບີດຄົນທີສອງ ທີ່ຈູດສະນວນໃນອີກ 20 ນາທີຕໍ່ມາ.
ເຊິ່ງ IS ລະບຸຊື່ຜູ້ໂຈມຕີວ່າ: Omar al-Muwahhid ແລະ Sayfullah al-Mujahid ເຊິ່ງເປັນຊື່ສາມັນທີ່ຍາກຈະຊີ້ວ່າເປັນຊາວອີຣານ ຫລື ຊາວຕ່າງປະເທດ.
ການອອກມາສະແດງຄວາມຮັບຜິດຊອບຂອງ IS ສອດຄ່ອງກັບການເຄື່ອນໄຫວຂອງທາງກຸ່ມ ເຊິ່ງໄລຍະຜ່ານມາມີການກໍ່ເຫດໂຈມຕີພົນລະເຮືອນ ແລະ ກອງກໍາລັງຄວາມໝັ້ນຄົງຢູ່ອີຣານຫລາຍຄັ້ງ.
ໂດຍ IS ຍັງສະແດງທ່າທີຍິນດີຕໍ່ການເສຍຊີວິດຂອງນາຍພົນ ສຸໄລມານີ ໃນປີ 2020 ຫລັງຈາກທ່ານຖືກສັງຫານດ້ວຍໂດຣນຂອງກອງທັບອາເມລິກາ ພາຍໃຕ້ຄໍາສັ່ງຂອງອະດີດປະທານາທິບໍດີ ໂດນັລ ທຣໍາ ເຊິ່ງກອງກໍາລັງພິທັກປະຕິວັດອິດສະລາມຂອງອີຣານນັ້ນຖືເປັນສັດຕູທີ່ຕໍ່ສູ້ກັບກຸ່ມ IS ຢູ່ອີຣັກໃນຫລາຍປີ.
ອ້າງອີງ:

