ພູເຂົາໄຟ ເລໂວໂຕບີລາກິ-ລາກິ ປະເທດອິນໂດເນເຊຍ ພົ່ນເຖົ່າຖ່ານຢ່າງຮຸນແຮງ ເລັ່ງອົບພະຍົບປະຊາຊົນ 2.000 ກວ່າຄົນ ອອກຈາກພື້ນທີ່ສ່ຽງ

ສຳນັກຂ່າວ AFP ລາຍງານ ວັນທີ 3 ມັງກອນ 2024, ທາງການທ້ອງຖິ່ນ ແຂວງ ນູຊາເຕິງກາຣາ ທາງພາກຕາເວັນອອກຂອງອິນໂດເນເຊຍ ອົບພະຍົບປະຊາຊົນຫລາຍກວ່າ 2.000 ຄົນ ໃນພື້ນທີ່ສ່ຽງໄປສູນພັກພິງຊົ່ວຄາວ, ຫລັງຈາກພູເຂົາໄຟເລໂອໂຕບິ ລາກິ-ລາກິ ພົ່ນເຖົ່າຖ່ານ ໃນອາທິດທີ່ຜ່ານມາ.
ທາງສູນພູເຂົາໄຟວິທະຍາ ແລະ ການບັນເທົາອັນຕະລາຍທາງທໍລະນີວິທະຍາຂອງອິນໂດເນເຊຍລະບຸວ່າ: ພົບການພົ່ນເຖົ່າຖ່ານຮຸນແຮງໃນວັນທີ 1 ມັງກອນ ຜ່ານມາ, ມີກຸ່ມຄວັນໜາແໜ້ນ ພົ່ນສູງປະມານ 1.5 ກິໂລແມັດ, ສົ່ງຜົນໃຫ້ທາງການຕ້ອງຍົກລະດັບການເຕືອນໄພສູງສຸດເປັນລະດັບສອງ ແລະ ຂະຫຍາຍພື້ນທີ່ຫ້າມເຂົ້າຈາກລັດສະໜີ 4 ກິໂລແມັດ, ຂະນະທີ່ສະໜາມບິນຟຣານເຊກາເຊິ່ງຢູ່ຫ່າງອອກໄປ 80 ກວ່າ ກິໂລແມັກ ປະກາດໃຫ້ປິດບໍລິການຊົ່ວຄາວ.

