ຈີນຜະເຊີນດິນເຈື່ອນຢູ່ຢຸນໜານ ແຜ່ນດິນໄຫວຮຸນແຮງຢູ່ຊິນຈຽງ ມີຜູ້ເສຍຊີວິດ ແລະ ບາດເຈັບຫລາຍຄົນ
ເຈົ້າໜ້າທີ່ກູ້ໄພຂອງຈີນເລັ່ງຄົ້ນຫາຜູ້ສູນຫາຍ 47 ຄົນຈາກດິນເຈື່ອນຢູ່ເມືອງຈ້າວທົງ ມົນທົນຢຸນໜານ ທາງຕາເວັນຕົກສຽງໃຕ້ຂອງຈີນ ໃນເຊົ້າວັນທີ 23 ມັງກອນ ໂດຍຫລ້າສຸດມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 11 ຄົນ.
ເຫດດິນເຈື່ອນດັ່ງກ່າວເກີດຂຶ້ນເມື່ອເວລາ 05:51 ໂມງ ວັນທີ 22 ມັງກອນ ຕາມເວລາທ້ອງຖິ່ນ ເຊິ່ງເບື້ອງຕົ້ນຄາດວ່າເປັນຜົນມາຈາກການພັງທະລາຍຂອງພູ ໂດຍດິນເຈື່ອນມາທັບເຮືອນປະຊາຊົນຫລາຍສິບຫລັງໃນ 2 ບ້ານ ເຊິ່ງຫລັງເກີດເຫດໄດ້ມີການອົບພະຍົບປະຊາຊົນ 500 ກວ່າຄົນອອກຈາກພື້ນທີ່.
ການຂຸດຄົ້ນຫາຜູ້ສູນຫາຍນັ້ນເປັນໄປຢ່າງລໍາບາກ ໂດຍເຈົ້າໜ້າທີ່ກູ້ໄພກ່າວວ່າ: ບໍ່ສາມາດໃຊ້ເຄື່ອງຈັກຂະໜາດໃຫຍ່ໄດ້ ເນື່ອງຈາກສະພາບພື້ນດິນທີ່ບໍ່ໝັ້ນຄົງ. ຂະນະທີ່ສະພາບອາກາດໃນພື້ນທີ່ໜາວເຢັນ ແລະ ອຸນຫະພູມຕໍ່າກວ່າສູນອົງສາ.
ສ່ວນປະທານາທິບໍດີ ສີຈິ້ນຜິງ ໄດ້ສັ່ງໃຫ້ທຸ້ມເທກໍາລັງຄົ້ນຫາຜູ້ລອດຊີວິດ ໂດຍມີການລະດົມກໍາລັງເຈົ້າໜ້າທີ່ກູ້ໄພໄປຮ່ວມພາລະກິດຄົ້ນຫາຫລາຍກວ່າ 1.000 ຄົນ ແລະ ເດີນໜ້າພາລະກິດຄົ້ນຫາ ແລະ ຊ່ວຍເຫລືອ.
ທັງນີ້, ໃນພື້ນທີ່ເຂດປົກຄອງຕົນເອງຊິນຈຽງ ໃກ້ຊາຍແດນກີກິດສະຖານ ກໍເກີດແຜ່ນດິນໄຫວຂະໜາດ 7,0 ໃນເວລາ 02:00 ໂມງ ຕາມເວລາທ້ອງຖິ່ນ ເຮັດໃຫ້ເຮືອນຫລາຍຫລັງໄດ້ຮັບຄວາມເສຍຫາຍ ແລະ ເກີດໄຟດັບ ໂດຍມີລາຍງານຜູ້ບາດເຈັບແລ້ວຢ່າງໜ້ອຍ 3 ຄົນ, ແຕ່ບໍ່ພົບຜູ້ເສຍຊີວິດ.
ສູນກາງແຜ່ນດິນໄຫວຄັ້ງນີ້ພົບວ່າເກີດຢູ່ເຂດອູ໋ຊື ໂດຍແຮງສັ່ນສະເທືອນຮູ້ສຶກໄດ້ໄກເຖິງນະຄອນຫລວງບິດເຄກຂອງກີກິດສະຖານ ເຮັດໃຫ້ປະຊາຊົນແຕກຕື່ນ ແລະ ໜີອອກຈາກເຮືອນມາຢູ່ຕາມຖະໜົນ, ແຕ່ບໍ່ພົບຜູ້ບາດເຈັບ ຫລື ເສຍຊີວິດ.
ອ້າງອີງ:

