ຊາວອິດສະລາແອນໃນເວສແບງບໍ່ພໍໃຈ ຫລັງມີເພື່ອນສະມາຊິກຜູ້ຕັ້ງຖິ່ນຖານຖືກສັງຫານໂດຍຊາວປາແລັສຕິນ

ຊາວອິດສະລາແອນຜູ້ຕັ້ງຖິ່ນຖານໃນດິນແດນປາແລັສຕິນທີ່ຖືກຢຶດຄອງ ຄືເຂດເວສແບງຮູ້ສຶກບໍ່ພໍໃຈ ແລະ ລຸກຮື້ຂຶ້ນ ຫລັງຈາກມີເພື່ອນສະມາຊິກຜູ້ຕັ້ງຖິ່ນຖານຈໍານວນ 2 ຄົນ ຖືກມືປືນຊາວປາແລັສຕິນຍິງເສຍຊີວິດ ໃນທ້າຍອາທິດຜ່ານມາ.

ເຫດການດັ່ງກ່າວເຮັດໃຫ້ຊາວອິດສະລາແອນຈໍານວນບໍ່ໜ້ອຍໃນເຂດເວສແບງ ໂຈມຕີໃສ່ໝູ່ບ້ານຊາວປາແລັສຕິນໃນເມືອງຮູວາຣາ ເຮັດໃຫ້ມີຊາວປາແລັສຕິນເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ໄດ້ຮັບບາດເຈັບອີກປະມານ 100 ຄົນ ໂດຍເຈົ້າໜ້າທີ່ທາງການປາແລັສຕິນທີ່ເຝົ້າຕິດຕາມການຕັ້ງຖິ່ນຖານໃນເວສແບງເຜີຍວ່າ: ມີບ່ອນຢູ່ອາໄສຂອງຊາວປາແລັສຕິນປະມານ 30 ຫລັງໄດ້ຮັບຄວາມເສຍຫາຍຈາກກ້ອນຫີນ ແລະ ການຈູດໄຟເຜົາ, ລົດຍົນຈໍານວນບໍ່ໜ້ອຍຖືກຈູດທໍາລາຍ.

ກ່ອນທີ່ທ່ານ ທອມ ນິເດສ ເອກອັກຄະລັດຖະທູດອາເມລິກາປະຈໍາອິດສະລາແອນ ຈະເປີດເຜີຍວ່າ: ໃນວັນທີ 27 ກຸມພາ ມີຊາຍຊາວອິດສະລາແອນ-ອາເມລິກາ ຖືກຍິງຢູ່ທາງດ່ວນເສັ້ນໜຶ່ງໃກ້ເມືອງເຈຣິໂກ ແລະ ເສຍຊີວິດໃນເວລາຕໍ່ມາຢູ່ໂຮງໝໍໃນເມືອງເຢຣູຊາເລມ.

ເຫດປະທະ ແລະ ສັງຫານຄັ້ງນີ້ເກີດຂຶ້ນຫລັງຈາກຜູ້ແທນອິດສະລາແອນ ແລະ ປາແລັສຕິນເຫັນພ້ອມເຖິງຄວາມສໍາຄັນຂອງແນວທາງຫລຸດຄວາມຂັດແຍ່ງລະຫວ່າງກັນ ຫລັງຮ່ວມຫາລືໃນກອງປະຊຸມຢູ່ຈໍເຈຍໃນວັນທີ 26 ກຸມພາຜ່ານມາ.

ທ່ານ ມາມຸດ ອັບບາສ ປະທານາທິບໍດີຂອງປາແລັສຕິນ ລະບຸວ່າ: ລັດຖະບານອິສລາແອນເປັນຜູ້ຈະຕ້ອງຮັບຜິດຊອບຕໍ່ “ເຫດການກໍ່ການຮ້າຍທີ່ເກີດຂຶ້ນ ໂດຍຜູ້ຕັ້ງຖິ່ນຖານຊາວອິດສະລາແອນທີ່ໄດ້ຮັບການປົກປ້ອງຄຸ້ມຄອງໂດຍກອງກໍາລັງອິດສະລາແອນ”.

ຂະນະທີ່ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ຮຽກຮ້ອງໃຫ້ຜູ້ຕັ້ງຖິ່ນຖານຊາວອິດສະລາແອນທີ່ລຸກຮື້ຂຶ້ນດ້ວຍຄວາມບໍ່ພໍໃຈຢູ່ໃນຄວາມສະຫງົບ ແລະ ປ່ອຍໃຫ້ໜ້າທີ່ດັ່ງກ່າວເປັນຂອງໜ່ວຍຄວາມໝັ້ນຄົງ ແລະ ກອງທັບອິດສະລາແອນໃນການຊອກຫາມືປືນຊາວປາແລັສຕິນທີ່ສັງຫານສະມາຊິກຜູ້ຮ່ວມຕັ້ງຖິ່ນຖານຈໍານວນ 2 ຄົນນັ້ນ.

ອ້າງອີງ:

https://www.bbc.com/news/world-middle-east-64784053

https://www.nbcnews.com/…/israeli-settlers-rampage…

https://www.aljazeera.com/…/unprecedented-israeli…