ອິນເດຍ ຫລຸດຜ່ອນໃຊ້ສະກຸນເງິນໂດລາສະຫະລັດແລ້ວຫັນມານຳໃຊ້ສະກຸນເງິນຣູປີເປັນຫລັກ ໃນການຊຳລະການຄ້າສາກົນ

ສຳນັກຂ່າວຕ່າງປະເທດລາຍງານ: ອິນເດຍ ປະກາດນະໂຍບາຍ ການຄ້າຕ່າງປະເທດ ປີ 2023 (FTP 2023) ໂດຍເລີ່ມມີຜົນສັກສິດນັບແຕ່​ ເດືອນເມສາ ເປັນຕົ້ນໄປ ດ້ວຍ​ການ​ຫລຸດຜ່ອນ​ນຳ​ໃຊ້​ ສະກຸນ​ເງິນໂດ​ລາ​ສະຫະລັດ ​ແລ້ວ​ຫັນ​ມາ​ນຳ​ໃຊ້ ​ສະກຸນ​ເງິນ ຣູປີ​ (Rupee) ເປັນ​ຫລັກ ​ໃນ​ການ​ຊຳລະ​ການ​ຄ້າ​ສາກົນ ລວມທັງ​ການ​ຄ້າ​ກັບຣັດ​ເຊຍ….

ຕາລີບັນສັ່ງປິດສະຖານີວິທະຍຸແມ່ຍິງແຫ່ງດຽວໃນປະເທດ ອ້າງເຫດຜົນເພາະເປີດເພງໃນເດືອນລໍມາດອນ

ຕາລີບັນສັ່ງປິດສະຖານີວິທະຍຸແມ່ຍິງແຫ່ງດຽວໃນປະເທດ ອ້າງເຫດຜົນເພາະເປີດເພງໃນເດືອນລໍມາດອນ

ເຈົ້າໜ້າທີ່ຂອງກຸ່ມຕາລີບັນເປີດເຜີຍວ່າ: ໄດ້ສັ່ງປິດສະຖານີວິທະຍຸແມ່ຍິງ Sadia E Banowan ທີ່ແປວ່າ: ສຽງຂອງແມ່ຍິງ ໃນພາສາເປີເຊຍ ໂດຍລະບຸສາເຫດເນື່ອງຈາກສະຖານີວິທະຍຸແຫ່ງນີ້ມີການເປີດເພງໃນໄລຍະເດືອນລໍມາດອນ ເດືອນສັກສິດຂອງຊາວມຸດສະລິມ. ສະຖານີວິທະຍຸດັ່ງກ່າວຖືເປັນສະຖານີວິທະຍຸທີ່ດໍານີນງານໂດຍຜູ້ຍິງແຫ່ງດຽວໃນອັບການິດສະຖານ ໂດຍເລີ່ມຕົ້ນເປີດເມື່ອ 10 ປີກ່ອນ ແລະ ປັດຈຸບັນມີພະນັກງານ 8 ຄົນ ລວມຜູ້ຍິງ 6…

ທ່ານ ນາງ ຊານນາ ມາຣິນ ນາຍົກລັດຖະມົນຕີຟິນແລນ ກຽມລົງຈາກຕໍາແໜ່ງ ຫລັງເສຍໄຊການເລືອກຕັ້ງທົ່ວໄປ

ທ່ານ ນາງ ຊານນາ ມາຣິນ ນາຍົກລັດຖະມົນຕີຟິນແລນ ກຽມລົງຈາກຕໍາແໜ່ງ ຫລັງເສຍໄຊການເລືອກຕັ້ງທົ່ວໄປ

ທ່ານ ນາງ ຊານນາ ມາຣິນ ນາຍົກລັດຖະມົນຕີຂອງຟິນແລນ ກຽມລົງຈາກຕໍາແໜ່ງຜູ້ນໍາປະເທດ ຫລັງເສຍໄຊການເລືອກຕັ້ງໃຫຍ່ໃນວັນທີ 2 ເມສາ ເຖິງວ່າພັກ Social Democrats (SDP) ຂອງນາງຈະໄດ້ຮັບບ່ອນນັ່ງເພີ່ມຈາກການເລືອກຕັ້ງຄັ້ງກ່ອນ 3 ບ່ອນນັ່ງ ເປັນ 43 ບ່ອນນັ່ງ ໂດຍມີຄະແນນສຽງ…

ລາຄານໍ້າມັນໂລກເພີ່ມຂຶ້ນ ຫລັງໂອເປັກກຽມຫລຸດ ເພດານຜະລິດອີກ 1 ລ້ານກວ່າບາເຣລ

ລາຄານໍ້າມັນໂລກເພີ່ມຂຶ້ນ ຫລັງໂອເປັກກຽມຫລຸດ ເພດານຜະລິດອີກ 1 ລ້ານກວ່າບາເຣລ

ສັນຍາຊື້ຂາຍລ່ວງໜ້ານໍ້າມັນດິບໃນຕະຫລາດໂລກປັບເພີ່ມຂຶ້ນຫລາຍກວ່າ 7% ໃນໄລຍະເປີດຕະຫລາດຕົ້ນອາທິດນີ້ ຫລັງໂອເປັກ ແລະ ພັນທະມິດ ລວມທັງຣັດເຊຍກຽມຫລຸດເພດານການຜະລິດລົງອີກວັນລະຫລາຍກວ່າ 1 ລ້ານບາເຣລ. ວັນທີ 3 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການກຸ່ມປະເທດຜູ້ສົ່ງນໍ້າມັນອອກ (ໂອເປັກ) ແລະ ພັນທະມິດນໍາໂດຍຣັດເຊຍ ໃນນາມ “ໂອເປັກພລັສ” ປະກາດຮ່ວມກັນ…

ບໍລິສັດໃນຍີ່ປຸ່ນເລີ່ມຫລຸດມື້ເຮັດວຽກ ເຫລືອພຽງ 4 ວັນຕໍ່ອາທິດ

ບໍລິສັດໃນຍີ່ປຸ່ນເລີ່ມຫລຸດມື້ເຮັດວຽກ ເຫລືອພຽງ 4 ວັນຕໍ່ອາທິດ

ບໍລິສັດໃນຍີ່ປຸ່ນຫລາຍແຫ່ງ ເລີ່ມປ່ຽນຮູບແບບມື້ເຮັດວຽກ ສະເໜີທາງເລືອກໃຫ້ພະນັກງານມາເຮັດວຽກອາທິດລະ 4 ວັນ ໂດຍຫວັງຈະຊ່ວຍປັບສົມດູນຊີວິດ ແລະ ການເຮັດວຽກຂອງພະນັກງານຊາວຍີ່ປຸ່ນ. ກະແສການຫລຸດມື້ເຮັດວຽກຕໍ່ອາທິດ ກໍາລັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆໃນຫລາຍປະເທດ ໂດຍສະເພາະຢູ່ເຂດເອີຣົບ. ຂະນະທີ່ທາງອາຊີ ມີຍີ່ປຸ່ນເລີ່ມໃຫ້ຄວາມສົນໃຈ ແລະ ນໍາເອົາມາໃຊ້ ລັດຖະບານຍີ່ປຸ່ນໃຫ້ການສະໜັບສະໜູນ ແລະ ບັນຈຸໄວ້ໃນນະໂຍບາຍ ໂດຍແນະນໍາໃຫ້ບໍລິສັດ ແລະ…

ຣັດເຊຍເປີດເຜີຍຈຸດຕິດຕັ້ງອາວຸດນິວເຄຼຍ ທາງຍຸດທະວິທີໃນເບລາຣຸສ ໃກ້ຊາຍແດນ NATO

ຣັດເຊຍເປີດເຜີຍຈຸດຕິດຕັ້ງອາວຸດນິວເຄຼຍ ທາງຍຸດທະວິທີໃນເບລາຣຸສ ໃກ້ຊາຍແດນ NATO

ທ່ານ ບໍຣິສ ກຣິດລອບ (Boris Gryzlov) ເອກອັກຄະລັດຖະທູດຣັດເຊຍປະຈໍາເບລາຣຸສ ເປີດເຜີຍຕໍ່ສະຖານີໂທລະພາບທາງການຂອງເບລາຣຸສໃນວັນທີ 2 ເມສາວ່າ: ຣັດເຊຍຈະເຄື່ອນຍ້າຍອາວຸດນິວເຄຼຍທາງຍຸດທະວິທີໄປປະຈໍາການຢູ່ບໍລິເວນຊາຍແດນທາງຕາເວັນຕົກຂອງເບລາຣຸສ ໃກ້ຊາຍແດນປະເທດສະມາຊິກ NATO ໂດຍຖືເປັນການເຄື່ອນໄຫວທີ່ມີທ່າອ່ຽງຈະຂະຫຍາຍຄວາມຂັດແຍ່ງລະຫວ່າງມົດສະກູກັບຕາເວັນຕົກໃຫ້ເຄັ່ງຕຶງຂຶ້ນ. ທ່ານ ກຣິດລອບ ເປີດເຜີຍວ່າ: ສາງເກັບອາວຸດນິວເຄຼຍທາງຍຸດທະວິທີຈະສ້າງສໍາເລັດພາຍໃນວັນທີ 1 ກໍລະກົດນີ້, ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດທີ່ຈະແຈ້ງວ່າຢູ່ບໍລິເວນຈຸດໃດ….

ຍີ່ປຸ່ນ ຂະຫຍາຍເພດານອາຍຸບຳນານຂອງລັດຖະກອນ ຈາກ 60 ປີ ເພີ່ມເປັນ 61 ປີ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 2 ເມສາ 2023 ຜ່ານມາ, ຍີ່ປຸ່ນປັບເພີ່ມອາຍຸບຳນານຂອງລັດຖະກອນລະດັບທ້ອງຖິ່ນ ແລະ ພາຍໃນປະເທດ ຈາກ 60 ປີ ເປັນ 61 ປີ, ການດຳເນີນການດັ່ງກ່າວເປັນສ່ວນໜຶ່ງຂອງແຜນລິເລີ່ມໂດຍພາກລັດ ເຊິ່ງຊ່ວຍຫລຸດຜ່ອນການຂາດແຄນແຮງງານ. ລັດຖະບານຍີ່ປຸ່ນຫວັງວ່າ ການປັບເພີ່ມອາຍຸບຳນານ ຈະເຮັດໃຫ້ພະນັກງານສູງອາຍຸສາມາດໃຊ້ປະສົບການທີ່ສະສົມມາດົນ…

ອົງການສະຫະປະຊາຊາດ ຮັບຮອງເອົາມະຕິວ່າດ້ວຍ ດິນຟ້າອາກາດ

ອົງການສະຫະປະຊາຊາດ ຮັບຮອງເອົາມະຕິວ່າດ້ວຍ ດິນຟ້າອາກາດ

ວິທະຍຸສາກົນຫວຽດນາມລາຍງານວ່າ: ສະມັດຊາໃຫຍ່ ສະຫະ​ປະຊາ​ຊາດ(ສປຊ) ຮັບຮອງ ເອົາມະຕິແຫ່ງປະຫວັດສາດ ວ່າດ້ວຍ ດິນຟ້າອາກາດ ​​ໂດຍສະເໜີ ສານຍຸຕິທຳສາກົນ ເຮັດແຈ້ງຄວາມຮັບຜິດຊອບຂອງບັນດາປະເທດ ສະມາຊິກໃນການປົກປັກຮັກສາດິນຟ້າອາກາດ, ໜ່ວຍໂລກ ​ແລະ ໄດ້ຍ້ອງຍໍສັນລະເສີນໄຊຊະນະປະຫວັດສາດ ໃຫ້ແກ່ຄວາມຍຸຕິທຳ ດ້ານດິນຟ້າອາກາດ. ມະຕິ ດັ່ງກ່າວໄດ້ຜ່ານ​ການ ຮັບຮັບຮອງເອົາ ຈາກ…

ນາຍົກລັດຖະມົນຕີມາເລເຊຍພົບທ່ານ ສີຈິ້ນຜິງ ຫວັງຈີນຊ່ວຍໜຸນໂຄງການລົດໄຟຄວາມໄວສູງ

ນາຍົກລັດຖະມົນຕີມາເລເຊຍພົບທ່ານ ສີຈິ້ນຜິງ ຫວັງຈີນຊ່ວຍໜຸນໂຄງການລົດໄຟຄວາມໄວສູງ

ວັນທີ 31 ມີນາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເຂົ້າພົບປະທານປະເທດ ສີຈິ້ນຜິງ ລະຫວ່າງການເດີນທາງຢ້ຽມຢາມຈີນຄັ້ງທໍາອິດໃນຖານະຜູ້ນໍາມາເລເຊຍ ເຊິ່ງສື່ຄາດວ່າ: ມາເລເຊຍເລັ່ງຈະຂໍການຊ່ວຍເຫລືອຈາກຈີນໃນການສ້າງໂຄງການລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງນະຄອນຫລວງກົວລາລໍາເປີ ແລະ ສິງກະໂປ. ລາຍງານລະບຸວ່າ: ທ່ານ ອິບຣາຮິມ ໄດ້ເດີນທາງເຖິງນະຄອນຫລວງປັກກິ່ງແຕ່ວັນທີ 29 ມີນາ…

ອົງການອະນາໄມໂລກຮັບຮອງອາເຊີໄບຈານ-ທາຈິກິດສະຖານ “ເປັນປະເທດປອດພະຍາດມາລາເຣຍ”

ອົງການອະນາໄມໂລກຮັບຮອງອາເຊີໄບຈານ-ທາຈິກິດສະຖານ “ເປັນປະເທດປອດພະຍາດມາລາເຣຍ”

ໃນວັນທີ 29 ມີນາຜ່ານມາ, ອົງການອະນາໄມໂລກ (WHO) ຮັບຮອງໃຫ້ອາເຊີໄບຈານ ແລະ ທາຈິກິດສະຖານ ເປັນປະເທດປອດພະຍາດມາລາເຣຍ. ວັນທີ 31 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເທດຣອສ ແອດຮານອມ ເກເບຣເຢຊຸສ ຜູ້ອໍານວຍການ WHO ຍອມຮັບ…