ມີລານ ປະກາດຄວ້າ ໂບນຸດຊີ ມາຮ່ວມທີມແລ້ວ

ສະໂມສອນ ເອຊີ ມິລານ ປະກາດຜ່ານເວັບໄຊເປັນທາງ ການ (www.acmilan.com) ວ່າພວກເຂົາສາມາດບັນລຸຂໍ້ຕົກ ລົງໃນການຄວ້າໂຕ ເລໂອນາໂດ ໂບນຸດຊີ ກອງຫຼັງ ທີມຊາດອິຕາລີ ອາຍຸ 30 ປີ ຈາກ ຢູເວນຕຸສ ມາຮ່ວມທີມເປັນທີ່ຮຽບຮ້ອຍ ແລ້ວ ໂດຍບໍ່ມີການເປີດເຜີຍຄ່າ ໂຕ ແຕ່ສື ອິຕາລີ ຄາດວ່າລາຄາຢູ່ ທີ່ 40 ລ້ານເອີໂຣ.
ສຳລັບການຊື້ຂາຍຄັ້ງນີ້ ເຫຼືອພຽງຂັ້ນຕອນການກວດຮ່າງກາຍຂອງ ໂບນຸດຊີ ເທົ່ານັ້ນ ອຊິ່ງຈະມີການນັດກວດຮ່າງກາຍກັນໃນອີດ 1-2 ວັນຂ້າງໜ້າ ຫຼັງກວດຮ່າງກາຍຜ່ານຈະມີການເຊັນສັນຍາກັນໄລຍະເວລາ 5 ປີ ເຮັດໃຫ້ ໂບນຸດຊີ ຈະຢູ່ກັບ ມິລານ ຈົນເຖິງ ອາຍຸ 35 ປີ.