ທ່ານສີຈິ້ນຜິງ ຮ່ວມກັບ ປະທານາທິບໍດີຝຣັ່ງ ແລະ ປະທານຄະນະກຳມາທິການສະຫະພາບເອີຣົບ ພົບປະ 3 ຝ່າຍ

ຕອນບ່າຍວັນທີ 6 ເມສາ 2023 ຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນ ຮ່ວມກັບ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງແລະທ່ານນາງອູຊູລາ ວອນ ເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ ພົບປະ 3 ຝ່າຍ ລະຫວ່າງຈີນ-ຝຣັ່ງ-ສະຫະພາບເອີຣົບ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່…

ກຳປູເຈຍເປີດຕົວເຂົ້າສາຍພັນໃໝ່ ຫລັງຈາກວິໄຈ ແລະ ພັດທະນາມາເກືອບທົດສະວັດ

ກຳປູເຈຍເປີດຕົວເຂົ້າສາຍພັນໃໝ່ ຫລັງຈາກວິໄຈ ແລະ ພັດທະນາມາເກືອບທົດສະວັດ

ກະຊວງກະສິກໍາ, ປ່າໄມ້ ແລະ ປະມົງຂອງກໍາປູເຈຍ ເປີດຕົວເຂົ້າສາຍພັນໃໝ່ “ຊຳເປ ຊາ 70” (Champei Sar 70 – CPS 70) ຫລັງຈາກວິໄຈ ແລະ ພັດທະນາມາເກືອບທົດສະວັດ. ລາຍງານລະບຸວ່າ: ເຂົ້າສາຍພັນໃໝ່ນີ້ເກີດຈາກການຮ່ວມມືລະຫວ່າງສະຖາບັນວິໄຈ ແລະ…

ທະນາຄານໂລກປັບຫລຸດ GDP ອູແກຣນ ປີ 2023 ເຫລືອ 0,5%

ທະນາຄານໂລກປັບຫລຸດ GDP ອູແກຣນ ປີ 2023 ເຫລືອ 0,5%

ວັນທີ 6 ເມສາ, ສໍານັກຂ່າວອິນເຕີແຟກ-ອູແກຣນ ລາຍງານວ່າ: ທະນາຄານໂລກໄດ້ຫລຸດຕົວເລກຄາດຄະເນການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງອູແກຣນເຫລືອ 0,5% ຈາກ 3,3% ທີ່ເຄີຍປະເມີນໄວ້ໃນເດືອນມັງກອນ. ລາຍງານລະບຸວ່າ: ຄວາມເສຍຫາຍທາງເສດຖະກິດທີ່ເກີດຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ-ອູແກຣນເປັນປັດໄຈຫລັກທີ່ເຮັດໃຫ້ມີການຫລຸດຕົວເລກຄາດຄະເນຄັ້ງນີ້, ແຕ່ການກັບມາເປີດທ່າເຮືອໃນທະເລດໍາຂອງອູແກຣນ, ການກັບມາເຮັດການຄ້າທັນຍາພືດອີກ ຕະຫລອດຈົນການສະໜັບສະໜູນຈໍານວນຫລາຍຈາກຜູ້ບໍລິຈາກ ຈະຊ່ວຍສະໜັບສະໜູນກິດຈະກໍາທາງເສດຖະກິດໃນອູແກຣນປີ 2023. ທະນາຄານໂລກປະເມີນວ່າ:…

WHO ຈະຍົກເລີກສະຖານະການສຸກເສີນ ໂຄວິດ-19 ໃນປີນີ້ ເນື່ອງຈາກທົ່ວໂລກສາມາດປັບຕົວໃຊ້ຊີວິດຢູ່ຮ່ວມກັບເຊື້ອພະຍາດດັ່ງກ່າວໄດ້ຢ່າງຖາວອນ

WHO ຈະຍົກເລີກສະຖານະການສຸກເສີນ ໂຄວິດ-19 ໃນປີນີ້ ເນື່ອງຈາກທົ່ວໂລກສາມາດປັບຕົວໃຊ້ຊີວິດຢູ່ຮ່ວມກັບເຊື້ອພະຍາດດັ່ງກ່າວໄດ້ຢ່າງຖາວອນ

ສຳນັກຂ່າວຕ່າງປະເທດລາຍງານ: ທ່ານ ​ເທ​​ໂດຣສ ອາ​ຮານ​ອມ ​ເກ​ເບຣ​ເຢຊຸ​ສ (Tedros Adhanom Ghebreyesus),ຜູ້ອຳນວຍການ ອົງການ​ ອະນາ​ໄມ​ໂລກ ປະກາດຈະ​ຍົກ​ເລີກ​ ສະຖານະ​ການ​ ສຸກ​ເສີນ​ຂອງ​ພະຍາດ ​ໂຄ​ວິດ-19 ພາຍ​ໃນ​ປີ​ນີ້ ຫລັງ​ຈາກ​ເດັກ ​ແລະ ​ໄວ​ໝຸ່ມ ທີ່​ມີ​ສຸຂະພາບ​ແຂງ​ແຮງ ອາດ​ບໍ່​ຈຳ​ເປັນຕ້ອງ​ສັກ​ວັກ​ຊິນ​ປ້ອງ​ກັນ​…

ການາດາ ກຳລັງຮັບມືກັບພາຍຸຫິມະພັດເຂົ້າຢ່າງຮຸນແຮງ ປະຊາຊົນບໍ່ມີໄຟຟ້າໃຊ້ຫລາຍກວ່າ 1 ລ້ານຄົນ

ການາດາ ກຳລັງຮັບມືກັບພາຍຸຫິມະພັດເຂົ້າຢ່າງຮຸນແຮງ ປະຊາຊົນບໍ່ມີໄຟຟ້າໃຊ້ຫລາຍກວ່າ 1 ລ້ານຄົນ

ສຳນັກຂ່າວ mcot ລາຍງານວ່າ: ວັນ​ທີ 7 ​ເມສາ 2023 ​ນີ້, ພາຍຸ​ຫິມະພັດ​ເຂົ້າ ຮຸນ​ແຮງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ກາ​ນາ​ດາ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 2 ຄົນ ​ແລະ ປະຊາຊົນບໍ່​ມີ​ໄຟຟ້າ​ໃຊ້ ຫລາຍກວ່າ 1 ລ້ານ​ຄົນ ​ເນື່ອງ​ຈາກຫິມະ​ເກາະ​ສະ​ສົມ​ຕາມ​ງ່າ​ໄມ້…

ຂະແໜງ ອຄ ບັນລຸ ການຜະລິດອຸດສາຫະກຳ-ປຸງແຕ່ງ ໄດ້ 13.210 ຕື້ກີບ

ຂະແໜງ ອຄ ບັນລຸ ການຜະລິດອຸດສາຫະກຳ-ປຸງແຕ່ງ ໄດ້ 13.210 ຕື້ກີບ

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ໄດ້ລາຍງານວຽກງານອັນພົ້ນເດັ່ນ ຂອງຂະແໜງ ອຄ ຈັດຕັ້ງປະຕິບັດ ຕໍ່ກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ  ວັນທີ 6  ເມສາ 2023 ນີ້ວ່າ: ໄລຍະ…

ໂຄລົມເບຍ ສັ່ງອົບພະຍົບປະຊາຊົນ 2 ພັນກວ່າ ຄົວເຮືອນ ຫລັງມີການເຕືອນໄພ ພູເຂົາໄຟຈະລະເບີດ

ໂຄລົມເບຍ ສັ່ງອົບພະຍົບປະຊາຊົນ 2 ພັນກວ່າ ຄົວເຮືອນ ຫລັງມີການເຕືອນໄພ ພູເຂົາໄຟຈະລະເບີດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 6 ເມາສາ 2023 ຜ່ານມາ, ໂຄລົມເບຍ ອົບພະຍົບປະຊາຊົນປະມານ 2,500 ຄົວເຮືອນ ອອກຈາກພື້ນທີ່ສ່ຽງໄພໃກ້ກັບພູເຂົາໄຟ ເນວາໂດ ເດວ ຣູອີສ ທີ່ສົ່ງສັນຍານການພົ່ນເຖົ່າຖ່ານຄວັນໄຟອອກມາ ຂະນະດຽວກັນ ນັກທໍລະນີວິທະຍາກວດພົບແຮງສັ່ນສະເທືອນພາຍໃນພູເຂົາໄຟໜ່ວຍນີ້ ອັນເປັນສັນຍານການລະເບີດໃນອີກບໍ່ພໍເທົ່າໃດມື້ ຫລື ອີກບໍ່ພໍເທົ່າໃດອາທິດ….

ມຽນມາ ຢຶດຢາກະຕຸ້ນປະສາດ ຫລາຍກວ່າ 3 ລ້ານເມັດ ແລະ ຈັບຜູ້ຕ້ອງສົງໄສ 2 ຄົນ

ມຽນມາ ຢຶດຢາກະຕຸ້ນປະສາດ ຫລາຍກວ່າ 3 ລ້ານເມັດ ແລະ ຈັບຜູ້ຕ້ອງສົງໄສ 2 ຄົນ

ສຳນັກຂ່າວຊິນຮວາລາຍງານວ່າ: ວັນທີ 4 ເມສາ 2023 ຜ່ານມາ, ຄະນະກຳມະການກາງຄວບຄຸມຢາເສບຕິດຂອງ ມຽນມາ ລາຍງານກ່ຽວກັບ ການຢຶດຢາກະຕຸ້ນປະສາດ ໃນນະຄອນຢ້າງກຸ້ງ ເມືອງການຄ້າ ຂອງມຽນມາ ຈຳນວນ 3,2 ລ້ານເມັດ, ເປັນມູນຄ່າ ສູູງກວ່າ 1,5 ລ້ານໂດລາສະຫະລັດ….

ການຜະລິດໄຟຟ້າຂອງອິນເດຍເຕີບໃຫຍ່ໄວສຸດໃນຮອບ 33 ປີ ແຕ່ສ່ຽງປ່ອຍມົນລະພິດເພີ່ມ

ການຜະລິດໄຟຟ້າຂອງອິນເດຍເຕີບໃຫຍ່ໄວສຸດໃນຮອບ 33 ປີ ແຕ່ສ່ຽງປ່ອຍມົນລະພິດເພີ່ມ

ເຖິງວ່າການຜະລິດໄຟຟ້າຂອງອິນເດຍຈະເຕີບໃຫຍ່ໃນອັດຕາໄວທີ່ສຸດໃນຮອບກວ່າ 3 ທົດສະວັດ ໃນປີງົບປະມານທີ່ຫາກໍສິ້ນສຸດໄປ, ແຕ່ເຮັດໃຫ້ເກີດການປ່ອຍມົນລະພິດເພີ່ມຂຶ້ນເຊັ່ນກັນ ເພາະຜົນຜະລິດຈາກໂຮງໄຟຟ້າຖ່ານຫີນ ແລະ ໂຮງໄຟຟ້າພະລັງງານໝູນວຽນທີ່ສູງສຸດເປັນປະຫວັດສາດ. ວັນທີ 6 ເມສາ, ສໍານັກຂ່າວຣອຍເຕີລາຍງານວ່າ: ຄື້ນຄວາມຮ້ອນໃນລະດູຮ້ອນທີ່ຮຸນແຮງ, ລະດູໜາວທີ່ໜາວເຢັນກວ່າປົກກະຕິທາງຕອນເໜືອຂອງອິນເດຍ ແລະ ການຟື້ນຕົວທາງເສດຖະກິດ ເຮັດໃຫ້ຄວາມຕ້ອງການໃຊ້ໄຟຟ້າເພີ່ມສູງຂຶ້ນ ສົ່ງຜົນໃຫ້ອິນເດຍຕ້ອງເພີ່ມຜົນຜະລິດຈາກໂຮງໄຟຟ້າຖ່ານຫີນ ແລະ ໂຮງງານຜະລິດກະແສໄຟຟ້າຈາກແສງຕາເວັນ…

ADB ຄາດຄະເນເສດຖະກິດອິນໂດເນເຊຍ ປີ 2023 ເຕີບໃຫຍ່ 4,8%

ADB ຄາດຄະເນເສດຖະກິດອິນໂດເນເຊຍ ປີ 2023 ເຕີບໃຫຍ່ 4,8%

ທະນາຄານເພື່ອການພັດທະນາອາຊີ (ADB) ຄາດຄະເນວ່າ: ເສດຖະກິດອິນໂດເນເຊຍຈະເຕີບໃຫຍ່ 4,8% ໃນປີ 2023 ແລະ 5% ໃນປີ 2024 ເມື່ອອ້າງອີງທ່າອ່ຽງການຫລຸດລົງຂອງລາຄາສິນຄ້າ ໂດຍຕົວເລກດັ່ງກ່າວຕໍ່າກວ່າການຄາດຄະເນຂອງລັດຖະບານອິນໂດເນເຊຍ ເຊິ່ງຢູ່ປະມານ 5-5,3% ໃນປີ 2023. ທ່ານ ຈິໂຣ ໂທມິນາພາ…