UN ເຜີຍ ເດັກນ້ອຍຢູ່ກາຊາ ກໍາລັງເສຍຊີວິດຈາກຄວາມອຶດຫິວ

      ໃນວັນທີ 6 ມີນາ, ທ່ານ ເຈມີ ແມັກໂກດຣິກ ຜູ້ປະສານງານດ້ານມະນຸດສະທໍາຂອງສະຫະປະຊາຊາດ (UN) ປະຈໍາດິນແດນປາແລັສຕິນ ເຊິ່ງກັບຈາກການໄປຢ້ຽມຢາມເຂດກາຊາເມື່ອບໍ່ດົນມານີ້ ເປີດເຜີຍວ່າ: ວິກິດຄວາມອຶດຫິວຮຸນແຮງຢູ່ເຂດກາຊາກໍາລັງເຮັດໃຫ້ຊີວິດຂອງເດັກນ້ອຍໃນພື້ນທີ່ດັ່ງກ່າວຢູ່ໃນອັນຕະລາຍ.

     ທ່ານ ແມັກໂກດຣິກ ລະບຸວ່າ: ຄວາມອຶດຫິວຢູ່ເຂດກາຊາເຂົ້າຂັ້ນຫາຍະນະ ແລະ ເດັກນ້ອຍກໍາລັງເສຍຊີວິດຈາກຄວາມອຶດຫິວ ໂດຍລາຍງານຈາກສື່ລະບຸວ່າ: ມີເດັກນ້ອຍຢ່າງໜ້ອຍ 20 ຄົນເສຍຊີວິດຈາກຄວາມອຶດຫິວຢູ່ເຂດກາຊາ ເຊິ່ງລວມທັງຄົນຫລ້າສຸດທີ່ເປັນເດັກນ້ອຍອາຍຸພຽງ 14 ວັນ.

     ທ່ານ ແມັກໂກດຣິກ ຮຽກຮ້ອງການຈັດສັນແຜນການເພື່ອແກ້ໄຂວິກິດນີ້ ໂດຍລະບຸວ່າ: ສິ່ງຈໍາເປັນຮີບດ່ວນໄດ້ແກ່ ການເປີດທາງໃຫ້ລົດບັນທຸກຊ່ວຍເຫລືອໃຊ້ຖະໜົນທາງທະຫານເພື່ອເຂົ້າໄປພື້ນທີ່ຕອນເໜືອຂອງກາຊາຢ່າງໜ້ອຍ 300 ຄັນຕໍ່ວັນ.

     ລະຫວ່າງການຢ້ຽມຢາມຄ້າຍມິສ ແລະ ຄ້າຍລາຢັນໃນພື້ນທີ່ອັລ-ມາວາຊີທາງຕອນໃຕ້, ທ່ານ ແມັກໂກດຣິກ ເປີດເຜີຍເຖິງຄວາມຍາກລໍາບາກທີ່ຜູ້ຍິງພັດຖິ່ນຕ້ອງຜະເຊີນ ໂດຍຕອນຍ່າງຜ່ານຄ້າຍຕ່າງໆ ທ່ານໄດ້ຍິນສຽງຜູ້ຍິງຮ້ອງໄຫ້ ແລະ ເນັ້ນເຖິງຄວາມຕ້ອງການການເປັນສ່ວນຕົວ, ຄວາມປອດໄພ ແລະ ສຸຂະອະນາໄມຢູ່ຄ້າຍເຫລົ່ານີ້.

     ທ່ານ ແມັກໂກດຣິກ ເນັ້ນເຖິງບັນຫາຂັ້ນວິກິດຂອງສະພາບໂພຊະນາການໃນເດັກ ໂດຍເດັກອາຍຸຕໍ່າກວ່າ 2 ປີທາງຕອນເໜືອຂອງເຂດກາຊາຈໍານວນ 1 ໃນ 6 ມີສະພາບຂາດສານອາຫານກະທັນຫັນຮຸນແຮງ ແລະ ເນັ້ນເຖິງປະສິດທິພາບຂອງການສົ່ງມອບການຊ່ວຍເຫລືອທາງອາກາດ ເພື່ອໃຫ້ການຊ່ວຍເຫລືອຮີບດ່ວນຜູ້ທີ່ຕອງການການຊ່ວຍເຫລືອ.