ທ່ານ ແອຣໂດອານ ຂູ່ຕັດຫົວພວກຂາຍຊາດ ຈາກເຫດລັດຖະປະຫານຫລົ້ມເຫລວ ໃນຕວກກີຄົບຮອບ 1 ປີ

ໃນວັນທີ 16 ກໍລະກົດນີ້, ປະທານາທິບໍດີ ເຣເຈບ ທາຍຍິບ ແອຣໂດອານ ຜູ້ນຳຕວກກີ ກ່າວປາໄສເນື່ອງຈາກໂອກາດຄົບຮອບ 1 ປີ ເຫດພະຍາຍາມກໍ່ລັດຖະປະຫານໂຄ່ນລົ້ມທ່ານອອກຈາກອຳນາດ ແຕ່ບໍ່ສຳເລັດ ໂດຍຂູ່ຈະຕັດຫົວຄົນຂາຍຊາດ.
ຜູ້ນຳຕວກກີກ່າວປາໄສຢູ່ນະຄອນອິສຕັນບູນ ຮຽກສຽງສະໜັບສະໜູນໄດ້ຈາກຝູງຊົນທີ່ຕ້ອງການໃຫ້ຮື້ຟື້ນໂທດປະຫານຊີວິດຢູ່ຕວກກີ, ພາຍຫລັງປະທານາທິບໍດີ ແອຣໂດອານ ເຄີຍຖະແຫລງມາກ່ອນໜ້ານີ້ວ່າ: ຈະລົງນາມໃນກົດໝາຍເພື່ອໃຫ້ສະພາຮັບຮອງອະນຸມັດ ເພື່ອຮື້ຟື້ນການໃຊ້ໂທດປະທານຊີວິດຢູ່ຕວກກີ, ຖ້າການຊຸກດັນເປັນຜົນສຳເລັດຈະເຮັດໃຫ້ຕວກກີໝົດສິດການຂໍເຂົ້າເປັນສະມາຊິກສະຫະພາບເອີຣົບ (EU) ໃນທັນທີ.
ທ່ານ ແອຣໂດອານ ກ່າວອີກວ່າ: ຜູ້ຕ້ອງສົງໄສຂໍ້ຫາພົວພັນເຫດລັດຖະປະຫານຫລົ້ມເຫລວຢູ່ຕວກກີ ຄວນໃສ່ຊຸດນັກໂທດສີສົ້ມເຊັ່ນດຽວກັບນັກໂທດຢູ່ຄຸກອາເມລິກາທີ່ອ່າວກວນຕານາໂມ. ປະທານາທິບໍດີ ແອຣໂດອານ ກ່າວປາໄສກັບຜູ້ສະໜັບສະໜູນຫລາຍແສນຄົນທີ່ມາຮ່ວມຊຸມນຸມບໍລິເວນຂົວຟອສຟໍຣັດ ໃນນະຄອນອິສຕັນບູນ ສະຖານທີ່ທີ່ມີການປະທະກັນໃນເຫດລັດຖະປະຫານຫລົ້ມເຫລວ ໃນວັນທີ 15 ກໍລະກົດ 2016.

