WHO ພົບຍິງຊາວຈີນເສຍຊີວິດຈາກໄຂ້ຫວັດສັດປີກ ສາຍພັນ H3N8 ຖືວ່າເປັນຄົນທຳອິດຂອງໂລກ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 12 ເມສາ 2023 ຜ່ານມາ, ອົງການອະນາໄມໂລກ (World Health Organization) ລາຍງານວ່າ: ພົບຍິງຊາວຈີນເສຍຊີວິດຈາກການຕິດເຊື້ອໄຂ້ຫວັດສັດປີກ ສາຍພັນ H3N8 ເຊິ່ງຖືວ່າເປັນມະນຸດຄົນທຳອິດທີ່ເສຍຊີວິດຈາກການຕິດເຊື້ອຂອງສາຍພັນນີ້ ຫລັງຈາກທີ່ຈີນຢືນຢັນພົບຄົນຕິດເຊື້ອໃນປີທີ່ຜ່ານມາ.
ລາຍງານລະບຸວ່າ: ຜູ້ເສຍຊີວິດເປັນເພດຍິງ ອາຍຸ 56 ປີ ອາໄສຢູ່ມົນທົນກວາງຕຸ້ງທາງຕອນໃຕ້ຂອງຈີນ, ໂດຍເລີ່ມມີອາການບໍ່ສະບາຍໃນວັນທີ 22 ກຸມພາ ຜ່ານມາ ກ່ອນທີ່ຈະເຂົ້າປິ່ນປົວໃນໂຮງໝໍ ວັນທີ 3 ມີນາ ຈາກອາການປອດອັກເສບຕິດເຊື້ອ ແລະ ເສຍຊີວິດໃນວັນທີ 16 ມີນາ 2023 ແລະ ກວດພົບການຕິດເຊື້ອໄຂ້ຫວັດສັດປີກ H3N8, ຢ່າງໃດກໍຕາມ ມາຮອດປັດຈຸບັນຍັງບໍ່ພົບວ່າຄົນໃນຄອບຄົວ ຫລື ຄົນທີ່ໃກ້ຊິດຜູ້ເສຍຊີວິດ ມີອາການຕິດເຊື້ອແຕ່ຢ່າງໃດ.

