ກອງທັບຟີລິບປິນຖິ້ມລະເບີດ ຢູ່ເມືອງມາລາວີຜິດເປົ້າໝາຍ

ກອງທັບຟີລິບປິນຢູ່ເມືອງມາລາວີ ໂຈມຕີທາງອາກາດຜິດເປົ້າໝາຍອີກ ຈົນຖືກພວກດຽວກັນ ເຮັດໃຫ້ມີທະຫານເສຍຊີວິດ 2 ຄົນ ແລະ ບາດເຈັບອີກຈຳນວນຫລາຍ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ການຕໍ່ສູ້ລະຫວ່າງກອງທັບຂອງລັດຖະບານຟີລິບປິນ ກັບກຸ່ມກະບົດລັດອິດສະລາມ (IS) ຢູ່ເມືອງມາລາວີ ເກາະມິນດາເນົາ ທາງຕອນໃຕ້ຂອງປະເທດ ຍັງດຳເນີນຕໍ່ໄປດົນກວ່າ 50 ວັນແລ້ວ ໂດຍຫລ້າສຸດ ເຄື່ອງບິນຮົບຝ່າຍລັດຖະບານໂຈມຕີຜິດເປົ້າໝາຍໃສ່ທະຫານພວກດຽວກັນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 11 ຄົນ.
ຂ່າວລະບຸວ່າ: ການໂຈມຕີດັ່ງກ່າວພາດເປົ້າໝາຍທີ່ຢູ່ຫ່າງອອກໄປປະມານ 250 ແມັດ ເຮັດໃຫ້ອາຄານອ້ອມຂ້າງພັງເສຍຫາຍ ເສດສາກຕົກໃສ່ທະຫານເສຍຊີວິດ 2 ຄົນ ແລະ ມີທະຫານອີກ 11 ຄົນໄດ້ຮັບບາດເຈັບ ເຊິ່ງ ພັນໂທ ໂຮ ອາຣ ເຮເຣຣາ ໂຄສົກກອງກຳລັງສະເພາະກິດເມືອງມາລາວີ ລະບຸວ່າ: ເຈົ້າໜ້າທີ່ກຳລັງສືບສວນຫາສາເຫດຂອງຄວາມຜິດພາດທີ່ເກີດຂຶ້ນ.
ເຫດການນີ້ບໍ່ແມ່ນເທື່ອທຳອິດທີ່ການໂຈມຕີທາງອາກາດຂອງກອງທັບລັດຖະບານຟີລິບປິນພາດເປົ້າຈົນເຮັດໃຫ້ທະຫານຝ່າຍດຽວກັນເສຍຊີວິດ ໂດຍໃນວັນທີ 1 ມິຖຸນາ ມີທະຫານຟີລິບປິນຢູ່ເມືອງມາລາວີເສຍຊີວິດເຖິງ 10 ຄົນ ເພາະເຫດການລັກສະນະນີ້ມາແລ້ວ ຈົນເຮັດໃຫ້ລັດຖະມົນຕີປ້ອງກັນປະເທດ ເດວຟິນ ໂລເຣນຊານາ ອອກມາລະບຸວ່າ: ຈະຈຳກັດການໂຈມຕີທາງອາກາດຂອງກອງທັບ.

