ລັດຖະບານຊຸດໃໝ່ ປາແລັດສະຕິນ ສາບານຕົວຂຶ້ນຮັບຕຳແໜ່ງ

ວິທະຍຸ ສາກົນ ແຫ່ງ ສປ ຈີນ ລາຍງານວ່າ: ວັນທີ 31 ມີນາ 2024, ລັດຖະບານ ຊຸດໃໝ່ ຂອງປາແລັດສະຕິນ ທີ່ນຳພາໂດຍ ທ່ານ ໂມຮາເມັດ ມູສຕາຟາ, ນາຍົກ ລັດຖະມົນຕີ ປາແລັດສະຕິນ ໄດ້ສາບານຕົວ ຂຶ້ນຮັບ ຕຳແໜ່ງ ຢູ່ລາມາລາ ຕົວເມືອງທາງ ຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດນ. ລັດຖະບານ ຊຸດໃໝ່ນີ້ ມີລັດຖະມົນຕີ 23 ທ່ານ, ໃນນັ້ນ, ມີ 6 ທ່ານ ແມ່ນຊາວປາແລັດສະຕິນ ທີ່ມາຈາກ ເຂດກາຊາ, ທ່ານ ໂມຮາເມັດ ມູສຕາຟາ ຍັງໄດ້ເປັນ ລັດຖະມົນຕີ ການຕ່າງປະເທດ ຕື່ມອີກ ພາຍຫລັງ ທ່ານ ມາມຸດ ອັບບາສ ປະທານາ ທິບໍດີ ປາແລັດສະຕິນ ໄດ້ຮັບຄຳຮ້ອງ ຂໍລາອອກ ຈາກຕຳແໜ່ງ ທີ່ສະເໜີໂດຍ ທ່ານ ໂມຮາເມັດ ສະໄຕເຢ, ນາຍົກ ລັດຖະມົນຕີ ປາແລັດສະຕິນ ແລະ ຮຽກຮ້ອງ ໃຫ້ລັດຖະບານ ໂມຮາເມັດ ສະໄຕເຢ ສືບຕໍ່ ປະຕິບັດໜ້າທີ່ ຕຳແໜ່ງ ຈົນເຖິງເວລາ ທີ່ລັດຖະບານ ຊຸດໃໝ່ ໄດ້ສ້າງຕັ້ງຂຶ້ນ. ວັນທີ 14 ມີນາຜ່ານມາ, ທ່ານມາມຸດ ອັບບາສ ມອບສິດໃຫ້ ທ່ານ ໂມຮາເມັດ ມູສຕາຟາ ປະກອບ ຄະນະລັດຖະບານ ຊຸດໃໝ່. ວັນທີ 28 ມີນາຜ່ານມາ, ທ່ານ ໂມຮາເມັດ ມູສຕາຟາ ໄດ້ຍື່ນແຜນປະກອບ ຄະນະ ລັດຖະບານ ຊຸດໃໝ່ ໃຫ້ແກ່ ທ່ານ ມາມຸດ ອັບບາສ, ຈາກນັ້ນ ທ່ານ ມາມຸດ ອັບບາສ ໄດ້ລົງນາມ ໃນດຳລັດ ເພື່ອໃຫ້ອະນຸມັດ. ແຜນປະກອບ ຄະນະ ລັດຖະບານຊຸດໃໝ່ ໄດ້ຢືນຢັນ ໜ້າທີ່ຕົ້ນຕໍ ຂອງຕົນແມ່ນ: ໃຫ້ການຊ່ວຍເຫລືອ ແລະ ອຸດໜູນ ດ້ານມະນຸດ ສະທຳ ແກ່ຊາວປາແລັດສະຕິນ ທີ່ຢູ່ເຂດກາຊາ, ສ້າງສາ ເຂດກາຊາ ແລະ ເຂດຝັ່ງ ຕາເວັນຕົກ ຂອງແມ່ນ້ຳຈໍແດນ ຄືນໃໝ່ ແລະ ເຮັດໃຫ້ ສະພາບ ເສດຖະກິດ ຂອງປາແລັດສະຕິນ ຟື້ນຟູ ຢ່າງໝັ້ນຄົງ.


