ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງ
ຈາກການເສຍໃຫ້ກັບ ມຽນມາ 0-2 ແລະ ທີມບານເຕະຊາຍຂອງກໍາປູເຈຍ ຕົກຮອບທຳອິດໃນການແຂ່ງຂັນບານເຕະຊາຍຊີເກມ 2023 ເຮັດໃຫ້ທ່ານ ເສົາ ໂສຊາ ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງເພື່ອສະແດງຄວາມຮັບຜິດຊອບກັບຜົນງານອັນບໍ່ດີຂອງທີມໃນຄັ້ງນີ້. ເຊິ່ງກ່ອນການແຂ່ງຂັນຈະເລີ່ມຂຶ້ນ, ທ່ານ ເສົາ ໂສຊາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະລາອອກຈາກຕຳແໜ່ງທັນທີ ຖ້າຫາກກຳປູເຈຍບໍ່ສາມາດຜ່ານເຂົ້າຮອບທຳອິດໄດ້ໃນງານກິລາຊີເກມຄັ້ງທີ 32…










