ໄທ ພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ ຫລາຍກວ່າ 13.000 ຄົນ ແລະ ເສຍຊີວິດແລ້ວ 12 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 1 ພຶດສະພາ 2023 ຜ່ານມາ, ກົມຄວບຄຸມພະຍາດກະຊວງສາທາລະນະສຸກໄທໄດ້ເຜີຍແຜ່ບົດລາຍງານວ່າ: ລະຫວ່າງວັນທີ 1 ມັງກອນ ຫາ ວັນທີ 26 ເມສາ2023, ຜູ້ຖືກບົ່ງມະຕິພະຍາດໄຂ້ເລືອດອອກຢູ່ປະເທດໄທມີເຖິງ 13.159 ຄົນ ແລະ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ12ຄົນ.
ບົດລາຍງານລະບຸວ່າ: ໃນໄລຍະອາທິດໜຶ່ງຜ່ານມາ, ຢູ່ປະເທດໄທມີຜູ້ຖືກບົ່ງມະຕິພະຍາດໄຂ້ເລືອດອອກ 1.274 ຄົນ ເຊິ່ງປາກົດມີທ່າອ່ຽງເພີ່ມຂຶ້ນ. ກະຊວງສາທາລະນະສຸກໄທເຕືອນໃຫ້ມວນຊົນນຳໃຊ້ວິທີຕ່າງໆເຊັ່ນ: ກຳຈັດແຫລ່ງແພ່ພັນຂອງຍູງລາຍ ແລະ ປ້ອງກັນບໍ່ໃຫ້ຖືກຍູງກັດເປັນຕົ້ນ ເພື່ອຕັດຊ່ອງທາງການແພ່ເຊື້ອ, ສະກັດກັ້ນບໍ່ໃຫ້ພະຍາດແພ່ຂະຫຍາຍກວ້າງອອກ.

