ອິດສະລາແອນ-ປາແລັສຕິນ ປະທະກັນໜັກສຸດໃນຮອບຫລາຍເດືອນ ຫລັງຄວາມພະຍາຍາມໃນການເຈລະຈາຢຸດຍິງລົ້ມເຫລວ

ອິດສະລາແອນ-ປາແລັສຕິນ ປະທະກັນໜັກສຸດໃນຮອບຫລາຍເດືອນ ຫລັງຄວາມພະຍາຍາມໃນການເຈລະຈາຢຸດຍິງລົ້ມເຫລວ

ເກີດເຫດປະທະກັນລະຫວ່າງກອງກໍາລັງອິດສະລາແອນ ແລະ ກຸ່ມຕິດອາວຸດຊາວປາແລັສຕິນໃນເຂດກາຊາ ວັນທີ 10 ພຶດສະພາ ຕາມເວລາທ້ອງຖິ່ນ ໂດຍທາງການອິດສະລາແອນລະບຸວ່າ: ກອງກຳລັງປາແລັສຕິນຍິງຈະຫລວດ 460 ກວ່າລູກເຂົ້າໃສ່ເຂດພື້ນທີ່ຂອງຕົນ. ຂະນະທີ່ກອງກໍາລັງອິດສະລາແອນໄດ້ໂຈມຕີເປົ້າໝາຍໃນເຂດກາຊາແລ້ວຫລາຍກວ່າ 130 ຈຸດ. ຖືເປັນການປະທະກັນໜັກທີ່ສຸດໃນຮອບ 9 ເດືອນ. ຂະນະທີ່ໜ່ວຍແພດໃນພື້ນທີ່ລາຍງານວ່າ: ເຫດປະທະກັນດັ່ງກ່າວເຮັດໃຫ້ຢູ່ເຂດກາຊາມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6…

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ

ວັນທີ 10 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໂດຍການເປັນປະທານຂອງ…

ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ

ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ

ບັນດາກຸ່ມຜູ້ສະໜັບສະໜູນອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຂອງປາກິດສະຖານຕ່າງອອກມາຊຸມນຸມປະທ້ວງເດືອດໃນຫລາຍເມືອງສໍາຄັນທົ່ວປະເທດ ຫລັງທ່ານ ຂ່ານ ຖືກຈັບໃນວັນທີ 9 ພຶດສະພາ ຕາມເວລາທ້ອງຖິ່ນ ໃນເວລາເຂົ້າຟັງຂະບວນການພິຈາລະນາຄະດີສໍ້ລາດບັງຫລວງທີ່ທ່ານໃຫ້ການວ່າຂໍ້ກ່າວຫາດັ່ງກ່າວຖືກຕັ້ງຂຶ້ນດ້ວຍແຮງຈູງໃຈທາງການເມືອງ ຢູ່ສານສູງໃນນະຄອນຫລວງອິສລາມາບັດ ຂອງປາກິດສະຖານ. ຫລາຍພື້ນທີ່ສະຖານະການລຸກລາມກາຍເປັນເຫດປະທະກັນລະຫວ່າງກຸ່ມຜູ້ຊຸມນຸມ ແລະ ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ ເຮັດໃຫ້ມີຜູ້ຊຸມນຸມໃນເມືອງເກັດຕາເສຍຊີວິດຢ່າງໜ້ອຍ 1 ຄົນ. ທ່ານ…

ຍີ່ປຸ່ນກຽມເປີດສໍານັກງານປະສານງານ NATO ແຫ່ງທໍາອິດໃນອາຊີຢູ່ໂຕກຽວ

ຍີ່ປຸ່ນກຽມເປີດສໍານັກງານປະສານງານ NATO ແຫ່ງທໍາອິດໃນອາຊີຢູ່ໂຕກຽວ

ທ່ານ ໂຄຈິ ໂທມິຕະ (Koji Tomita) ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາອາເມລິກາ ເປີດເຜີຍໃນວັນທີ 9 ພຶດສະພາວ່າ: ລັດຖະບານຍີ່ປຸ່ນກໍາລັງຢູ່ລະຫວ່າງດໍານີນງານເພື່ອກຽມເປີດສໍານັກງານປະສານງານຂອງອົງການສົນທິສັນຍາອັດລັງຕິກເໜືອ ຫລື NATO ໃນນະຄອນຫລວງໂຕກຽວ. ການເປີດເຜີຍຂອງທ່ານ ໂທມິຕະ ມີຂຶ້ນລະຫວ່າງຮ່ວມງານທີ່ຈັດໂດຍ National Press Club ໃນນະຄອນຫລວງວໍຊິງຕັນ…

ເດັກຫລອດແກ້ວທີ່ເກີດຈາກ DNA ຂອງບຸກຄົນ 3 ຄົນ ມືນຕາເບິ່ງໂລກເປັນຄັ້ງທໍາອິດຂອງອັງກິດ

ເດັກຫລອດແກ້ວທີ່ເກີດຈາກ DNA ຂອງບຸກຄົນ 3 ຄົນ ມືນຕາເບິ່ງໂລກເປັນຄັ້ງທໍາອິດຂອງອັງກິດ

ອົງການ Human Fertilisation and Embryology Authority (HFEA) ເຊິ່ງເປັນໜ່ວຍງານອິດສະຫລະທີ່ເບິ່ງແຍງກ່ຽວກັບຕົວອ່ອນ ແລະ ການຈະເລີນພັນຂອງອັງກິດ ຢືນຢັນວ່າ: ມານດາໄດ້ໃຫ້ກໍາເນີດລູກທີ່ມີ DNA ຂອງບຸກຄົນ 3 ຄົນເປັນຄັ້ງທໍາອິດຂອງອັງກິດ ໂດຍ DNA ສ່ວນຫລາຍປະມານ 99,8%…

ໄຂກອງປະຊຸມຜູ້ນຳອາຊຽນຢູ່ອິນໂດເນເຊຍ

ໄຂກອງປະຊຸມຜູ້ນຳອາຊຽນຢູ່ອິນໂດເນເຊຍ

ກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 42 ຢູ່ເມືອງລາບວນ ບາໂຈ (Labuan Bajo) ປະເທດອິນໂດເນເຊຍ ໄຂຂຶ້ນແລ້ວໃນວັນທີ 10 ພຶດສະພານີ້ ໂດຍມີຜູ້ນໍາຈາກ 8 ປະເທດສະມາຊິກອາຊຽນເຂົ້າຮ່ວມ. ສ່ວນມຽນມາບໍ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມກອງປະຊຸມນັບແຕ່ປີ 2021 ຫລັງປະສົບຄວາມລົ້ມເຫລວໃນການປະຕິບັດຕາມແຜນສັນຕິພາບ 5 ປະການ ເພື່ອຢຸດຄວາມຂັດແຍ່ງ….

ສປປ ລາວ ຮຽກຮ້ອງໃຫ້ບັນດາປະເທດ ສະມາຊິກອາຊຽນ ສືບຕໍ່ເພີ່ມທະວີການ ຮ່ວມມືເພື່ອຫລຸດຜ່ອນຄວາມທຸກຍາກ

ໃນກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29 ຈັດຂຶ້ນທີ່ບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 8 ພຶດສະພາ 2023 ຜ່ານມາ, ຄະນະຜູ້ແທນ ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ…

ສິງກະໂປ ວາງແຜນອອກກົດໝາຍຕ້ານອາຊະຍາກຳອິນເຕີເນັດຫລັງມີຄະດີ ສໍ້ໂກງ ແລະ ອາຊະຍາກຳ ທາງອອນລາຍ

ສິງກະໂປ ວາງແຜນອອກກົດໝາຍຕ້ານອາຊະຍາກຳອິນເຕີເນັດຫລັງມີຄະດີ ສໍ້ໂກງ ແລະ ອາຊະຍາກຳ ທາງອອນລາຍ

ສຳນັກ​ຂ່າວ AFP ລາຍງານ ຈາກປະເທດສິງກະໂປ ໃນວັນທີ 9 ພຶດສະພາ ຜ່ານມາວ່າ: ລັດຖະບານສິງກະ​ໂປ ສະ​ເໜີ ​ຮ່າງ​ກົດໝາຍ​ໃໝ່ ຕໍ່​ສະພາ ເຊິ່ງ​ຈະ​ອະນຸຍາດ ​ໃຫ້​ເຈົ້າໜ້າທີ່ທາງ​ການ ສາມາດ ລົບ​ແອບ​ພຣີເຄຊັນ ຕ່າງໆ​ໄດ້ ​ເພື່ອ​ຊ່ວຍ​ໃຫ້​ ​ເຈົ້າໜ້າ​ທີ່ ຕຳຫລວດມີ​ອຳນາດຫລາຍ​ຂຶ້ນ​ກວ່າ​ເກົ່າ…

Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ

Happy Water ກິນແລ້ວມ່ວນໄດ້ໝົດຄືນ ສາຍປາຕີ້ກຳລັງນິຍົມ ແຕ່ທ່ານໝໍເຕືອນອາດມີຜົນຮ້າຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ

ຈາກກໍລະນີ ພົບຢາກ່ອມປະສາດຊະນິດໃໝ່ກຳລັງລະບາດໃນສະຖານບັນເທີງ ເຊິ່ງສາຍປາຕີ້ ເອີ້ນກັນວ່າ ຄໍລາເຈນ, ກາເຟມ່ວນ, Happy Water ຫລື ນ້ຳສະຫວັນ ກິນແລ້ວມັນເຮັດໃຫ້ມ່ວນເວລາເຂົ້າຮ້ານບັນເທີງ ເຮັດໃຫ້ເຮົາຫົວ ແລະ ເຕັ້ນໄດ້ຕະຫລອດຄືນ, ຖ້າເບິ່ງແບບຜິວເຜີນຄຖົງຜະລິດຕະພັນດັ່ງກ່າວຄ້າຍຄືກັບຖົງຢາງອະນາໄມ ພ້ອມຍັງມີຫລາກຫລາຍຍີ່ຫໍ້ ເມື່ອກິນເຂົ້າໄປແລ້ວນອກຈາກຈະເຮັດໃຫ້ເຮົາມ່ວນແລ້ວ ມັນຍັງມີຄວາມອັນຕະລາຍອີກຫລາກຫລາຍ. ຄໍລາເຈນ, ກາເຟມ່ວນ,…

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM)

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM)

ວັນທີ 9 ພຶດສະພາ 2023 ນີ້, ທີ່ ລາບວນ ບາໂຈ ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) ຄັ້ງທີ…