RED ຜູ້ຜະລິດກ້ອງລະດັບຮໍລີວູດ ເປີດໂຕ HYDROGEN ໂທລະສັບມືຖື Holographic display ລຸ້ນທໍາອິດຂອງໂລກ

ກ່ອນໜ້ານີ້ເຮົາເຫັນຜູ້ຜະລິດກ້ອງເຊັ່ນ: Kodak ແລະ Polaroid ໄດ້ເຂົ້າສູ່ຕະຫຼາດໂທລະສັບມືຖື. ຫຼ້າສຸດ RED ຜູ້ຜະລິດກ້ອງຊື່ດັງກໍໄດ້ເຂົ້າມາຮ່ວມນຳອີກ.
ສໍາລັບຜູ້ທີ່ບໍ່ຮູ້ຈັກຄ່າຍ RED ຄ່າຍນີ້ຜະລິດກ້ອງດິຈິຕອນລະດັບສູງ ນິຍົມໃຊ້ໃນລະດັບໂປຣດັກຊັ່ນໃຫຍ່ໆ ໜັງຮໍລີວູດຫຼາຍເລື່ອງກໍໃຊ້ກ້ອງຂອງ RED ໃນການຖ່າຍທໍາ ລາຄາກ້ອງຢູ່ໃນລະດັບຫຼັກລ້ານບາດ.
HYDROGEN ຄືຂອງຫຼິ້ນໃຫມ່ຈາກ RED ທີ່ຫາກໍເປີດໃຊ້ ມັນເປັນໂທລະສັບລະບົບປະຕິບັດການ Android ລາຄາເລີ່ມຕົ້ນປະມານ 40.750 ບາດ ສໍາລັບລຸ້ນ Aluminium ແລະ 1.595 ສໍາລັບລຸ້ນ Titanium ປະມານ 54.375 ບາດ ເຊິ່ງລາຄາທີ່ RED ຕັ້ງໄວ້ຖືວ່າສູງຫຼາຍສໍາລັບໂທລະສັບມືຖືໜຶ່ງເຄື່ອງ.
RED – HYDROGEN ຄືໜ້າຈໍ 5,7 ນິ້ວ ທີ່ສາມາດສະແດງຜົນ Holographic ໄດ້ ເພື່ອໃຊ້ໃນການສາຍ Augmented reality ແລະ Virtual reality ໂດຍບໍ່ຕ້ອງໃຊ້ແວ່ນຕາ ຫຼື ອຸປະກອນເສີມອື່ນໆ. ນອກຈາກນີ້ ຍັງມີລະບົບສຽງ 3D ແລະ 4-View content (ແຕ່ຍັງບໍ່ເປີດເຜີຍລາຍລະອຽດວ່າແມ່ນຫຍັງ).
ແລະ ເນື່ອງຈາກວ່າ RED ຂຶ້ນຊື່ວ່າເປັນບໍລິສັດກ້ອງ ບໍ່ໜ້າແປກໃຈທີ່ຜູ້ຜະລິດຈະເຮັດໃຫ້ມັນສາມາດເຮັດວຽກຮ່ວມກັບກ້ອງ RED ໄດ້ ໂດຍສາມາດໃຊ້ເປັນ Controller ຫຼື Display ກໍໄດ້.
ແນວໃດກໍຕາມ RED ຍັງບໍ່ເປີດເຜີຍເຖິງສະເປັກ ແລະ ເດໂມໜ້າຈໍ Holographic ມີພຽງຮູບເຄື່ອງບາງສ່ວນ ທີ່ເຮັດໃຫ້ຮູ້ພຽງວ່າໃຊ້ USB-C ແລະມີຊ່ອງສຽບຫູຟັງ.
ໜ້າສົນໃຈຫຼາຍກວ່າ ໂທລະສັບມືຖື HYDROGEN ຈະດີຄື RED ວ່າໄວ້ ຫຼື ບໍ່. ໃຜສົນໃຈສາມາດເຂົ້າເວັບໄຊທຂອງ RED
RED Cinema Hydrogen ສະເປັກທີ່ໜ້າສົນໃຈ
ໜ້າຈໍ 5,7″ Professional Hydrogen Holographic Display
ລະບົບປະຕິບັດການ Android
ຮອງຮັບ Holographic RED Hydrogen 4-View content (H4V)
ຮູບແບບການສະແດງຜົນ AR, MR, VR, Holographic, 2D, 3D ໄດ້ທັງແນວນອນ ແລະ ແນວຕັ້ງ
ໃຊ້ຮ່ວມກັບ RED Cameras – Monitor ແລະ Control
ມີກ້ອງໜ້າ ແລະ ກ້ອງຫຼັງ
ລະບົບສຽງ 5,1 ຜ່ານທາງສຽບຫູຟັງ
ເພີ່ມໜ່ວຍຄວາມຈໍາດ້ວຍ Micro SD ໄດ້
USB-C

