ບຣາຊິນຈັບລາຊາຢາເສບຕິດຫລັງສັນຍະກຳໜີການຈັບກຸມ 30 ປີ

ຕຳຫລວດບຣາຊິນຈັບກຸມທ້າວ ລູອິດ ຄາຣລອດ ດາ ຮໍຊາ ຫົວໜ້າຂະບວນການຄ້າຢາເສບຕິດ ເຈົ້າຂອງສາຍາ “ຜົມຂາວ” (White Head) ໄດ້ແລ້ວ, ພາຍຫລັງລາວໃຊ້ວິທີສັນຍະກຳປາລາສະຕິກປ່ຽນແປງໃບໜ້າຫລົບໜີການຈັບກຸມຂອງທາງການມາເກືອບ 30 ປີ.
ທ້າວ ຮໍຊາ ເຊິ່ງເຊື່ອວ່າເປັນຫົວໜ້າຂະບວນການຄ້າຂາຍໂຄເຄນລາຍໃຫຍ່ຢູ່ທະວີບອາເມລິກາໃຕ້ ຖືກຕຳຫລວດບຣາຊິນຈັບກຸມໄດ້ຢູ່ລັດມາຕູໂກຣົດຊູ ທາງພາກຕາເວັນຕົກຂອງບຣາຊິນ ໃນວັນທີ 1 ກໍລະກົດ. ຕຳຫລວດລະບຸວ່າ: ທ້າວ ຮໍຊາ ຄືອາດຊະຍາກອນທີ່ໃຊ້ຊີວິດແບບຫວາດກົວ ແລະ ຫລົບໆຊ້ອນໆ ໂດຍລາວມີຄະດີທີ່ຖືກສານຕັດສິນຈຳຄຸກກວ່າ 50 ປີ.
ທ້າວ ຮໍຊາ ໃຊ້ຊີວິດຢູ່ໃນທ້ອງຖິ່ນດັ່ງກ່າວໂດຍໃສ່ຊື່ປອມ, ແຕ່ຕຳຫລວດສາມາດຢືນຢັນວ່າລາວຄືລາຊາຢາເສບຕິດທີ່ກຳລັງຫລົບໜີຄະດີ ໂດຍການປຽບທຽບຮູບເກົ່າໆຂອງລາວ. ຕຳຫລວດລະບຸວ່າ: ຂະບວນການຄ້າຂາຍຢາເສບຕິດຂອງທ້າວ ຮໍຊາ ຂຶ້ນຊື່ໂດຍການໃຊ້ຄວາມຮຸນແຮງ, ໃຊ້ລົດກັນລູກປືນ ແລະ ອາວຸດໜັກແບບຕ່າງໆ ໂດຍຂະບວນການນີ້ເປັນຜູ້ຜະລິດໂຄເຄນຢູ່ໂບລີວີ, ເປຣູ ແລະ ໂກລົມບີ ເພື່ອສົ່ງຂາຍດ້ວຍລະບົບຂົນສົ່ງທີ່ສັບຊ້ອນໄປເອີຣົບ ແລະ ອາເມລິກາ.
ທ້າວ ຮໍຊາ ຍັງຖືກກ່າວຫາວ່າເປັນໜຶ່ງໃນຜູ້ສົ່ງໂຄເຄນລາຍໃຫຍ່ໃຫ້ແກ່ອາດຊະຍາກອນຫລາຍກຸ່ມຢູ່ບຣາຊິນນຳອີກ. ຕຳຫລວດຕີລາຄາວ່າ: ຂະບວນການຂອງລາວຜະລິດໂຄເຄນໄດ້ເດືອນລະປະມານ 5 ໂຕນ ເຊິ່ງໃນປະຕິບັດການຈັບກຸມເທື່ອນີ້ ຕຳຫລວດຍັງສາມາດຢຶດຊັບສິນທີ່ໄດ້ຈາກທຸລະກິດຜິດກົດໝາຍຂອງທ້າວ ຮໍຊາ ໄດ້ມູນຄ່າຫລາຍກວ່າ 10 ລ້ານໂດລາສະຫະລັດ ເຊິ່ງຢູ່ໃນຮູບແບບຂອງຟາມ, ອະສັງຫາລິມະຊັບ, ລົດຫລູຫລາ ແລະ ເຮືອບິນ. ເຈົ້າໜ້າທີ່ເຊື່ອວ່າ: ລາຊາຢາເສບຕິດຜູ້ນີ້ມີຊັບສິນເຖິງ 100 ລ້ານໂດລາສະຫະລັດ ແລະ ຈະດຳເນີນການຢຶດຊັບສິນທີ່ເຫລືອທັງໝົດຕໍ່ໄປ.

