ເມືອງແຮລິແຟກ ການາດາ ປະກາດສະຖານະການສຸກເສີນເຫດໄຟໄໝ້ປ່າ ພ້ອມສັ່ງປິດໂຮງຮຽນຫລາຍແຫ່ງ

ເມືອງແຮລິແຟກ ການາດາ ປະກາດສະຖານະການສຸກເສີນເຫດໄຟໄໝ້ປ່າ ພ້ອມສັ່ງປິດໂຮງຮຽນຫລາຍແຫ່ງ

ວັນທີ 29 ພຶດສະພາ, ເທດສະບານທ້ອງຖິ່ນປະຈໍາເມືອງແຮລິແຟກ ຢູ່ພາກຕາເວັນອອກຂອງການາດາ ອອກປະກາດເຕືອນປະຊາຊົນໃຫ້ອົບພະຍົບ ພ້ອມຈັດສັນທີ່ພັກອາໄສຊົ່ວຄາວ ຫລັງປະກາດສະຖານະການສຸກເສີນ ເນື່ອງຈາກເຫດໄຟໄໝ້ປ່າຄັ້ງໃຫຍ່ ເຊິ່ງສົ່ງຜົນໃຫ້ປະຊາຊົນຕ້ອງຍ້າຍທີ່ຢູ່ອາໄສ, ຂາດເຂີນໄຟຟ້າ ແລະ ໂຮງຮຽນຫລາຍແຫ່ງຖືກສັ່ງປິດ ໃນວັນທີ 28 ພຶດສະພາຜ່ານມາ. ໂດຍເຈົ້າໜ້າທີ່ທ້ອງຖິ່ນຊີ້ແຈງວ່າ: ໄຟໄໝ້ປ່າລຸກລາມຈາກລົມທີ່ພັດແຮງ ແລະ ເສດໄມ້ແຫ້ງທີ່ຕິດໄຟງ່າຍ…

ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ

ສປປ ເກົາຫລີ ກຽມສົ່ງດາວທຽມສອດແນມທາງທະຫານໜ່ວຍທໍາອິດສູ່ອະວະກາດໃນເດືອນມິຖຸນາ

ສໍານັກຂ່າວກາງເກົາຫລີ (KCNA) ລາຍງານໃນວັນທີ 30 ພຶດສະພາວ່າ: ສປປ ເກົາຫລີ ຈະປ່ອຍດາວທຽມສອດແນມທາງທະຫານໜ່ວຍທໍາອິດຂຶ້ນສູ່ອະວະກາດໃນເດືອນມິຖຸນາ ເພື່ອຕິດຕາມກິດຈະກໍາທາງທະຫານຂອງອາເມລິກາ. ໂດຍ KCNA ຍັງໄດ້ລາຍງານຖະແຫລງການຂອງ Ri Pyongchol ຮອງປະທານຄະນະກໍາມາທິການການທະຫານສູນກາງຂອງພັກແຮງງານ ເຊິ່ງເປັນພັກລັດຖະບານ ສປປ ເກົາຫລີ ປະນາມການຝຶກແອບສູ້ຮົບຮ່ວມທາງທະຫານຂອງອາເມລິກາ ແລະ…

ນາຍົກລັດຖະມົນຕີແອັສປາຍ ປະກາດກຽມຍຸບສະພາ ຈັດເລືອກຕັ້ງໃໝ່ 23 ກໍລະກົດນີ້

ນາຍົກລັດຖະມົນຕີແອັສປາຍ ປະກາດກຽມຍຸບສະພາ ຈັດເລືອກຕັ້ງໃໝ່ 23 ກໍລະກົດນີ້

ວັນທີ 29 ພຶດສະພາ, ທ່ານ ເປໂດຣ ຊານເຊ ນາຍົກລັດຖະມົນຕີຂອງແອັສປາຍ ຖະແຫລງຜ່ານທາງໂທລະພາບລະບຸວ່າ: ໄດ້ສະເໜີສົມເດັດພະຣາຊາທິບໍດີເຟລິເປທີ 6 ກ່ຽວກັບການຕັດສິນໃຈຍຸບສະພາ ເພື່ອເປີດທາງໃຫ້ມີການເລືອກຕັ້ງທົ່ວໄປກ່ອນກໍານົດໃນວັນທີ 23 ກໍລະກົດນີ້. ການຕັດສິນໃຈດັ່ງກ່າວມີຂຶ້ນຫລັງຈາກພັກລັດຖະບານ PSOE ຂອງທ່ານ ຊານເຊ ແລະ ພັກພັນທະມິດ…

ເຮືອບິນໂດຍສານລຳທຳອິດທີ່ຜະລິດໃນຈີນ ເປີດໃຫ້ບໍລິການແລ້ວ ສາມາດບິນໄກເຖິງ 5.500 ກິໂລແມັດ

ເຮືອບິນໂດຍສານລຳທຳອິດທີ່ຜະລິດໃນຈີນ ເປີດໃຫ້ບໍລິການແລ້ວ ສາມາດບິນໄກເຖິງ 5.500 ກິໂລແມັດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 28 ພຶດສະພາ 2023 ຜ່ານມາ, ສາຍການບິນ ໄຊນາ ອິດສເທິນ ແອຣ໌ລາຍ ໄດ້ເປີດບໍລິການຄັ້ງທໍາອິດສໍາລັບຖ້ຽວບິນຜູ້ໂດຍສານ MU9191 ຈາກສະໜາມບິນສາກົນ ຊຽງໄຮ້ ໄປຍັງ ສະໜາມບິນສາກົນ ປັກກິ່ງ ສປ ຈີນ, ທີ່ສາມາດບັນຈຸຜູ້ໂດຍສານ…

ອາເມລິກາ ແລະ ຊາອຸດິອາຣະບີ ຮຽກຮ້ອງສອງກຸ່ມທະຫານຊູດັງ ຕໍ່ເວລາຢຸດຍິງຮອບໃໝ່ ເປີດທາງສູ່ການຊ່ວຍເຫລືອທາງມະນຸດສະທໍາເພີ່ມຕື່ມ

ອາເມລິກາ ແລະ ຊາອຸດິອາຣະບີ ຮຽກຮ້ອງສອງກຸ່ມທະຫານຊູດັງ ຕໍ່ເວລາຢຸດຍິງຮອບໃໝ່ ເປີດທາງສູ່ການຊ່ວຍເຫລືອທາງມະນຸດສະທໍາເພີ່ມຕື່ມ

ອາເມລິກາ ແລະ ຊາອຸດິອາຣະບີ ອອກມາຮຽກຮ້ອງໃຫ້ສອງກຸ່ມທະຫານຊູດັງຂະຫຍາຍໄລຍະເວລາຢຸດຍິງ ຫລັງຈາກການສູ້ຮົບຂອງທັງສອງຝ່າຍໄດ້ເຮັດໃຫ້ນະຄອນຫລວງຄາທູມ ແລະ ພື້ນທີ່ອື່ນໆ ມີສະພາບບໍ່ຕ່າງຈາກສະໜາມຮົບມາເປັນເດືອນແລ້ວ. ໃນຖະແຫລງການຮ່ວມທີ່ອອກມາໃນວັນທີ 28 ພຶດສະພາ, ເຈົ້າໜ້າທີ່ຂອງອາເມລິກາ ແລະ ຊາອຸດິອາຣະບີຮຽກຮ້ອງໃຫ້ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forcess (RSF)…

ອິນເດຍສັ່ງພັກວຽກເຈົ້າໜ້າທີ່ລັດ ຫລັງສັ່ງສູບນໍ້າອອກຈາກເຂື່ອນ ເພື່ອຫາໂທລະສັບມືຖືທີ່ຕົກລົງໄປ

ອິນເດຍສັ່ງພັກວຽກເຈົ້າໜ້າທີ່ລັດ ຫລັງສັ່ງສູບນໍ້າອອກຈາກເຂື່ອນ ເພື່ອຫາໂທລະສັບມືຖືທີ່ຕົກລົງໄປ

ທາງການອິນເດຍສັ່ງພັກວຽກເຈົ້າໜ້າທີ່ລັດທີ່ເຮັດໂທລະສັບມືຖືຕົກລົງໄປໃນນໍ້າໃນເວລາຖ່າຍຮູບຢູ່ເຂື່ອນແຫ່ງໜຶ່ງໃນລັດສັດຕີຄໍຂອງອິນເດຍ ເຮັດໃຫ້ທ່ານຕັດສິນໃຈສັ່ງສູບນໍ້າຫລາຍລ້ານລິດອອກຈາກເຂື່ອນດັ່ງກ່າວເພື່ອຊອກຫາໂທລະສັບມືຖືທີ່ຕົກລົງໄປ ກ່ອນຈະໃຊ້ເວລາດົນກວ່າ 3 ວັນ ຈຶ່ງຈະເຫັນໂທລະສັບມືຖື. ເຈົ້າໜ້າທີ່ລັດຄົນດັ່ງກ່າວອ້າງວ່າໂທລະສັບມືຖືໜ່ວຍດັ່ງກ່າວບັນທຶກຂໍ້ມູນສໍາຄັນ ແລະ ອ່າວລະອຽດອ່ອນຂອງລັດຖະບານທ້ອງຖິ່ນເອົາໄວ້ ຈຶ່ງມີຄວາມຈໍາເປັນຈະຕ້ອງເກັບກູ້ໂທລະສັບມືຖືເຄື່ອງນີ້ຂຶ້ນມາຈາກເຂື່ອນ. ເຖິງຢ່າງໃດກໍຕາມ, ທ່ານໄດ້ຮັບສຽງວິພາກວິຈານໃນບັນຫາທີ່ໃຊ້ອໍານາດໜ້າທີ່ໃນທາງບໍ່ຖືກຕ້ອງ ກ່ອນຈະຖືກໜ່ວຍງານຕົ້ນສັງກັດສັ່ງພັກວຽກ. ນອກຈາກນີ້, ເຈົ້າໜ້າທີ່ຄົນດັ່ງກ່າວຍັງອ້າງວ່າ: ລາວພະຍາຍາມເກັບກູ້ໂທລະສັບມືຖືທີ່ຕົກລົງໄປໂດຍການຂໍການຊ່ວຍເຫລືອຈາກທີມນັກດໍານໍ້າທ້ອງຖິ່ນແລ້ວ, ແຕ່ບໍ່ປະສົບຜົນສໍາເລັດ ລາວຈຶ່ງຕັດສິນໃຈເລືອກໃຊ້ວິທີສູບນໍ້າອອກຈາກເຂື່ອນແຫ່ງນີ້ ໂດຍລາວຍັງອ້າງອີກວ່າ: ລາວໄດ້ຮັບອະນຸຍາດທາງວາຈາຈາກເຈົ້າໜ້າທີ່ຮັບຜິດຊອບໃຫ້ສາມາດລະບາຍນໍ້າອອກຈາກເຂື່ອນໄປຫາຄອງນໍ້າທີ່ຢູ່ໃກ້ຄຽງ….

ເຮືອບິນໂດຍສານລໍາທໍາອິດທີ່ຜະລິດຢູ່ຈີນ ຂຶ້ນບິນທາງການຄ້າຖ້ຽວບິນທໍາອິດແລ້ວ

ເຮືອບິນໂດຍສານລໍາທໍາອິດທີ່ຜະລິດຢູ່ຈີນ ຂຶ້ນບິນທາງການຄ້າຖ້ຽວບິນທໍາອິດແລ້ວ

ສະຖານີໂທລະພາບແຫ່ງຊາດຈີນເປີດເຜີຍວ່າ: ເຮືອບິນໂດຍສານລຸ້ນ C919 ທີ່ຜະລິດໂດຍບໍລິສັດ Commercial Aircraft Corporation of China (COMAC) ເປັນເຮືອບິນໂດຍສານລໍາທໍາອິດທີ່ຜະລິດຂຶ້ນພາຍໃນປະເທດ ໄດ້ຂຶ້ນບິນທາງການຄ້າຖ້ຽວບິນທໍາອິດແລ້ວ ໃນວັນທີ 28 ພຶດສະພາ ໂດຍເດີນທາງຈາກຊຽງໄຮ້ໄປນະຄອນຫລວງປັກກິ່ງຂອງຈີນ. ການຜະລິດ ແລະ ພັດທະນາເຮືອບິນໂດຍສານຂອງຈີນເກີດຂຶ້ນດ້ວຍຄວາມຫວັງຈະເພີ່ມທາງເລືອກໃຫ້ອຸດສາຫະກໍາການບິນ ແລະ…

ທ່ານ ແອຣໂດອັນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຕວກກີອີກສະໄໝ

ທ່ານ ແອຣໂດອັນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຕວກກີອີກສະໄໝ

ປະທານາທິບໍດີ ເຣເຈບ ໄຕຍິບ ແອຣໂດອັນ ອາຍຸ 69 ປີ ໄດ້ຮັບໄຊຊະນະໃນການເລືອກຕັ້ງຕວກກີຮອບ 2 ເຊິ່ງຈັດຂຶ້ນໃນວັນທີ 28 ພຶດສະພາ ຕໍ່ອາຍຸໃຫ້ທ່ານໄດ້ດໍາລົງຕໍາແໜ່ງປະທານາທິບໍດີຕໍ່ອີກ 5 ປີ. ຜົນການນັບຄະແນນເລືອກຕັ້ງຢ່າງເປັນທາງການອອກມາວ່າ: ທ່ານ ແອຣໂດອັນ ໄດ້ຄະແນນ 52,1%,…

ທາງການຟີລິບປິນ ສັ່ງປິດໂຮງຮຽນ-ຍົກເລີກຖ້ຽວບິນ ກຽມຮັບມືກັບພາຍຸໄຕ້ຝຸ່ນ ມາວາ

ທາງການຟີລິບປິນ ສັ່ງປິດໂຮງຮຽນ-ຍົກເລີກຖ້ຽວບິນ ກຽມຮັບມືກັບພາຍຸໄຕ້ຝຸ່ນ ມາວາ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນີລາ ປະເທດຟີລິບປິນ ໃນວັນທີ 28 ພຶດສະພາ 2023 ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຟີລິບປິນ ລາຍງານວ່າໄຕ້ຝຸ່ນມາວາເຄື່ອນຕົວຈາກພາກຕາເວັນອອກຂອງເກາະລູຊອນ ເຊິ່ງເປັນເກາະທີ່ໃຫຍ່ທີ່ສຸດ ຢູ່ທາງພາກເໜືອຂອງຟີລິບປິນ ປະມານ 895 ກິໂລແມັດດ້ວຍຄວາມໄວລົມສູງສຸດໃກ້ສູນກາງ 175 ກິໂລແມັດ/ຊົ່ວໂມງ. ເຖິງພາຍຸຈະບໍ່ຂຶ້ນຝັ່ງທີ່ຟີລິບປິນ ແຕ່ຄວາມຮຸນແຮງເມື່ອພັດຜ່ານຈະສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງ,…

ສະຫະລັດ-ແມັກຊິໂກ ຮຽກຮ້ອງອະນາໄມໂລກປະກາດພາວະສຸກເສີນ ພະຍາດເຍື່ອຫຸ້ມສະໝອງອັກເສບ ເນື່ອງຈາກການສັນຍະກຳ

ສະຫະລັດ-ແມັກຊິໂກ ຮຽກຮ້ອງອະນາໄມໂລກປະກາດພາວະສຸກເສີນ ພະຍາດເຍື່ອຫຸ້ມສະໝອງອັກເສບ ເນື່ອງຈາກການສັນຍະກຳ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນສະຫະລັດອາເມຣິກາ ໃນວັນທີ 26 ພຶດສະພາ 2023 ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດ ລະບຸວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຈາກພະຍາດເຍື່ອຫຸ້ມສະໝອງອັກເສບ ຫລັງເຂົ້າຮັບການຜ່າຕັດເຊິ່ງມີການສັກຢາບໍລິເວນ ເຍື່ອໄຂສັນຫລັງ ,ເຮັດໃຫ້ມີການເຝົ້າສັງເກດປະຊາຊົນເກືອບ 400 ຄົນ ໃນສະຫະລັດ…