ນາຍົກຍີ່ປຸ່ນເຜີຍຈະພະຍາຍາມຟື້ນຟູ ຄວາມເຊື່ອໝັ້ນ ຫລັງພັກເສຍໄຊເລືອກຕັ້ງ

ໂຕກຽວ 3 ກໍລະກົດ: ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ເປີດເຜີຍວ່າ: ຈະເຮັດວຽກຢ່າງໜັກເພື່ອຮຽກຄືນຄວາມເຊື່ອໝັ້ນຈາກປະຊາຊົນ, ພາຍຫລັງພັກເສລີປະຊາທິປະໄຕ (LDP) ຂອງທ່ານເປັນຝ່າຍເສຍໄຊການເລືອກຕັ້ງສະມາຊິກສະພານະຄອນຫລວງໂຕກຽວໃນວັນທີ 2 ກໍລະກົດ.
ຜົນການເລືອກຕັ້ງໃນວັນທີ 2 ກໍລະກົດພົບວ່າ: ພັກ LDP ຂອງນາຍົກລັດຖະມົນຕີ ອາເບະ ສາມາດໄດ້ບ່ອນນັ່ງໃນສະພານະຄອນຫລວງໂຕກຽວພຽງ 23 ບ່ອນນັ່ງ ຈາກທັງໝົດ 127 ບ່ອນນັ່ງ ໜ້ອຍລົງເກືອບເຄິ່ງໜຶ່ງຈາກກ່ອນຈະມີການເລືອກຕັ້ງ ແລະ ເປັນຜົນການເລືອກຕັ້ງທີ່ບໍ່ດີສຸດຂອງພັກ LDP, ຂະນະທີ່ພັກພົນລະເມືອງໂຕກຽວ ເຊິ່ງເປັນພັກທີ່ຫາກໍສ້າງຕັ້ງໃໝ່ຂອງທ່ານນາງ ຢູຣິໂກະ ໂຄອິເກະ ເຈົ້າຄອງເມືອງຫລວງຄົນປັດຈຸບັນ ແລະ ພັກພັນທະມິດສາມາດໄດ້ບ່ອນນັ່ງໃນສະພາລວມກັນສູງເຖິງ 79 ບ່ອນນັ່ງ.
ທ່ານ ອາເບະ ກ່າວກັບນັກຂ່າວວ່າ: ທ່ານຕ້ອງການຈະຮຽກຄືນຄວາມເຊື່ອໝັ້ນຈາກປະຊາຊົນ ໂດຍການສ້າງຄວາມເປັນອັນໜຶ່ງອັນດຽວກັນພາຍໃນພັກ, ທຸກຄົນຕ້ອງຍອມຮັບຜົນການເລືອກຕັ້ງໃນເທື່ອນີ້ ແລະ ຕ້ອງພະຍາຍາມຢ່າງສຸດຄວາມສາມາດ. ກ່ອນໜ້ານີ້ ພັກ LDP ເຄີຍໄດ້ບ່ອນນັ່ງໃນສະພານະຄອນຫລວງໂຕກຽວພຽງ 38 ບ່ອນນັ່ງຈາກການເລືອກຕັ້ງໃນປີ 2009 ສົ່ງຜົນໃຫ້ພັກເປັນຝ່າຍເສຍໄຊການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນປີດຽວກັນໃນເວລາຕໍ່ມາ.

