ຄຣິສຕັນ ພາເລດ ແຕ່ງຕັ້ງ ເດິບົວ ຄຸມທີມແລ້ວ

ສະໂມສອນ ຄຣິສຕັນ ພາ ເລດ ປະກາດແຕ່ງຕັ້ງ ແຟຣງ ເດິບົວ ເປັນຜູ້ຈັດການທີມຄົນໃໝ່ ຂອງທີມແລ້ວ ເຊັນສັນຍາກັນ ໄລຍະເວລາ 3 ປີ.
ເດິບົວ ຈະເຮັດໜ້າທີ່ແທນ ແຊມ ອັນລເໄດ ທີ່ໂບກມືລາຈາກ ຕຳແໜ່ງຜູ້ຈັດການທີມ ຄຣິສຕັນ ພາເລດ ຫຼັງຊ່ວຍໃຫ້ທີມຫຼຸດພົ້ນ ການຕົກຊັ້ນໃນລະດູການຜ່ານມາ ກ່ອນປະກາດລາອອກ ດ້ວຍການ ໃຫ້ເຫດຜົນວ່າຕ້ອງການໃຊ້ເວລາກັບຄອບຄົວ ແລະ ຮູ້ສຶກອີ່ມໂຕ ກັບວຽກຜູ້ຈັດການທີມບານເຕະ ແລ້ວ.
ສຳລັບ ເດິບົວ ອາຍຸ 47 ປີ ເຄີຍສ້າງຜົນງານດີເດັ່ນໃນການ ຄຸມ ໄອແອກ ອຳສະເຕີດຳ ຄວ້າ ແຊ໊ມລີກ ຮອລແລນ 4 ສະໄໝ ຈາກນັ້ນ ຍ້າຍໄປຄຸມ ອິນເຕີ ມິ ລານ ໃນອີຕາລີ ແຕ່ບໍ່ປະສົບ ຄວາມສຳເລັດ ໂດຍຖືກໄລ່ອອກ ຫຼັງຄຸມທີມໄປໄດ້ພຽງ 14 ນັດ ເທົ່ານັ້ນ

