ອັບການິດສະຖານຜະເຊີນຝົນຕົກໜັກ ມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ

      ຝົນຕົກໜັກຢູ່ແຂວງກາຮາ ທາງຕາເວັນອອກຂອງອັບການິດສະຖານ ຂ້າຊີວິດປະຊາຊົນໄປແລ້ວຢ່າງໜ້ອຍ 35 ຄົນ ແລະ ບາດເຈັບຢ່າງໜ້ອຍ 230 ຄົນ ຜົນກະທົບຈາກການປ່ຽນແປງສະພາບອາກາດ.

      ວັນທີ 16 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ກຸໄຣຊີ ບາດລູນ ຫົວໜ້າພະແນກຂໍ້ມູນຂ່າວສານ ແລະ ວັດທະນະທໍາ ກ່າວວ່າ: ໃນວັນທີ 15 ກໍລະກົດຜ່ານມາ, ພາຍຸຝົນໄດ້ຂ້າຊີວິດປະຊາຊົນໄປແລ້ວ 35 ຄົນ ແລະ ບາດເຈັບອີກ 230 ຄົນ ຢູ່ເມືອງຈາລາລາບັດ ເຊິ່ງເປັນເມືອງເອກຂອງແຂວງນັນກາຮາ ແລະ ອີກຫລາຍພື້ນທີ່ໃກ້ຄຽງ ແລະ ມີຄວາມເປັນໄປໄດ້ທີ່ຈໍານວນຜູ້ເສຍຊີວິດອາດເພີ່ມຂຶ້ນ.

     ສື່ມວນຊົນເຜີຍໃຫ້ເຫັນບຸກຄະລາກອນທາງການແພດ ກໍາລັງປິ່ນປົວຜູ້ບາດເຈັບ, ຂະນະທີ່ສື່ອອນລາຍສະແດງໃຫ້ເຫັນອາຄານບ້ານເຮືອນ ແລະ ເສົາໄຟຟ້າເປ່ເພເສຍຫາຍ. ເບື້ອງຕົ້ນມີລາຍງານວ່າ: ເຮືອນຫລາຍກວ່າ 400 ຫລັງ ໄດ້ຮັບຄວາມເສຍຫາຍຢູ່ແຂວງນັນກາຮາ, ສ່ວນຢູ່ເມືອງຈາລາລາບັດມີລາຍງານໄຟຟ້າດັບ.

     ນອກຈາກນີ້, ມີລາຍງານວ່າ: ຄ້າຍອາໄສຊົ່ວຄາວແຫ່ງໜຶ່ງຕັ້ງຢູ່ບໍລິເວນຈຸດຜ່ານແດນທໍຄໍາ ທີ່ຕິດກັບປາກິດສະຖານ ເຊິ່ງສ້າງຂຶ້ນເພື່ອຮອງຮັບຊາວອັບການິດສະຖານທີ່ເດີນທາງກັບປະເທດໄດ້ຮັບຄວາມເສຍຫາຍນໍາ.

     ເຫດການຄັ້ງນີ້ເກີດຂຶ້ນ ຫລັງເຫດການນໍ້າຖ້ວມກະທັນຫັນໃນເດືອນພຶດສະພາຜ່ານມາ ຂ້າຊີວິດປະຊາຊົນໄປຫລາຍຮ້ອຍຄົນ ແລະ ທໍາລາຍເນື້ອທີ່ກະສິກໍາ ສົ່ງຜົນກະທົບຕໍ່ປະຊາກອນ 80% ຢູ່ອັບການິດສະຖານ ເຊິ່ງອາໄສການຜະລິດກະສິກໍາລ້ຽງຊີບ.

     ທັງນີ້, ໃນບັນດາປະເທດເຊິ່ງທຸກຍາກທີ່ສຸດໃນໂລກ ອັບການິດສະຖານຜະເຊີນຜົນກະທົບຂອງການປ່ຽນແປງສະພາບອາກາດຫລາຍເປັນພິເສດ ສົ່ງຜົນເຮັດໃຫ້ປີນີ້ຕ້ອງຜະເຊີນລະດູໃບໄມ້ປົ່ງທີ່ເຕັມໄປດ້ວຍຝົນ ແລະ ລະດູໜາວທີ່ແຫ້ງແລ້ງແບບຜິດປົກກະຕິ.