ໝາກນາວ-ເກືອ-ພິກໄທຊ່ວຍປິ່ນປົວພະຍາດຕ່າງໆໄດ້ເຖິງ 7 ຊະນິດ

ໝາກນາວ, ເກືອ ແລະ ພິກໄທ ຊ່ວຍປິ່ນປົວຟື້ນຟູຮ່າງກາຍໃຫ້ດີຂຶ້ນຫຼາຍກວ່າຢາປິ່ນປົວພະຍາດທົ່ວໄປເຖິງ 7 ບັນຫາອາການ.
ໝາກນາວບໍ່ໄດ້ນໍາໃຊ້ພຽງສະກັດ ແຕ່ນໍ້າໝາກນາວຍັງສາມາດໃຊ້ເປັນຢາປິ່ນປົວທີ່ດີຫລາຍ ແລະ ຄົນຈໍານວນຫຼາຍໃຊ້ໝາກນາວເພື່ອຮັກສາສຸຂະພາບ.
ວິທີຕໍ່ໄປນີ້ ປະຢັດ ແລະ ສາມາດເຮັດໄດ້ພາຍໃນເຮືອນຂອງເຮົາເອງ
- ອາການເຈັບຄໍ: ບັນເທົາອາການເຈັບຄໍ ດ້ວຍການໃຊ້ນໍ້າໝາກນາວ 1 ບ່ວງແກງ, ພິກໄທດໍາ 1 ບ່ວງກາເຟ ແລະ ເກືອ 1 ບ່ວງກາເຟ ປະສົມລວມກັບນໍ້າ 1 ຈອກ ໃສ່ສ່ວນປະສົມນີ້ເປັນນໍ້າຢາບ້ວນປາກ ເພື່ອປ້ອງກັນອາການໄອໄດ້ເປັນຢ່າງດີ.
- ບໍ່ເຮັດໃຫ້ເກີດນິິ້ວ: ພະຍາດນິ້ວເປັນຜົນມາຈາກການສະສົມຂອງແຫຼວໃນຖົງນໍ້າບີ ມັນຈະກີດຂວາງການຍ່ອຍອາຫານ ແລະ ເຮັດໃຫ້ເກີດອາການເຈັບປວດ ນອກຈາກການຜ່າຕັດແລ້ວຍັງສາມາດປິ່ນປົວດ້ວຍວິທີທໍາມະຊາດໄດ້ ໂດຍການນໍາສ່ວນປະສົມ 3 ຊະນິດນີ້ ມາປະສົມກັບນໍ້າມັນໝາກກອກ 1 ສ່ວນ, ນໍ້າໝາກນາວ 1 ສ່ວນ ແລະ ໝາກເຜັດ 1 ສ່ວນ.
- ອາການເຈັບປວດ: ບັນເທົາອາການເຈັບປວດໃນຜົ້ງປາກ ໂດຍການນໍາເອົາເກືອຫິມະ 1 ບ່ວງ ແລະ ນໍ້າອຸ່ນມາປະສົມ ເຮັດເປັນນ້ຳຢາບ້ວນປາກ ສ່ວນປະສົມນີ້ຈະກໍາຈັດເຊື້ອແບັກທີເຣຍ ແລະ ຊ່ວຍບັນເທົາອາການເຈັບໄດ້.
- ການຄວບຄຸມນໍ້າໜັກ: ເຮັດເຄື່ອງດື່ມນີ້ ໂດຍການໃຊ້ພິກໄທບົດ 1 ບ່ວງ, ນໍ້າໝາກນາວ 2 ບ່ວງ ແລະ ນໍ້າເຜິ້ງ 1 ບ່ວງ ແລະ ປະສົມກັບນໍ້າອຸ່ນ ເຄື່ອງດື່ມນີ້ຈະຊ່ວຍເລັ່ງການເຜົາຜານ ເພາະພໍລິຟີນອລ (polyphenols) ທີ່ມີຢູ່ໃນໝາກນາວ ສາມາດປ້ອງກັນບໍ່ໃຫ້ນໍ້າໜັກເພີ່ມຂຶ້ນ ແລະ ເພີ່ມການເຜົາຜານ ແລະ ຮັກສາລະດັບອິນຊູລິນໃຫ້ປົກກະຕິ.
- ອາການຄື່ນໄສ້: ເອົານໍ້າໝາກນາວ 1 ບ່ວງລວມກັບພິກໄທດໍາ 1 ບ່ວງກາເຟ ປະສົມກັບນໍ້າອຸ່ນ 1 ຈອກ ແລ້ວເອົາມາດື່ມ.
- ພະຍາດຮອບຫືດ: ເອົາພິກໄທ 10 ແກ່ນ, ກ້ານພູ 2 ກ້ານ, ໃບບົວລະພາ 15 ໃບ ໃສ່ລົງໄປໃນນໍ້າຮ້ອນ ຕົ້ມເປັນເວລາ 15 ນາທີ ຈາກນັ້ນເອົາສ່ວນປະສົມທີ່ຮ້ອນຢູ່ນີ້ ໃສ່ໄວ້ໃນແກ້ວແລ້ວປິດຝາໃຫ້ແໜ້ນ ເມື່ອສ່ວນປະສົມເຢັນແລ້ວໃຫ້ຕື່ມນ້ຳເຜິ້ງລົງໄປ 2 ບ່ວງ ແລະເອົາໄປແຊເຢັນໄວ້ປະມານ 2 ອາທິດ ຈຶ່ງເອົາອອກມາດື່ມ.
- ໄຂ້ຫວັດໃຫຍ່ ແລະ ພະຍາດຫວັດ: ເອົານໍ້າໝາກນາວຕາມທີ່ຕ້ອງການໃສ່ລົງໃນຖ້ວຍນໍ້າຮ້ອນ ແລ້ວດື່ມຈະຊ່ວຍປິ່ນປົວພະຍາດຫວັດໄດ້ ຫຼື ແຊ່ເປືອກໝາກນາວໃນນໍ້າເປັນເວລາ 10 ນາທີ ຈາກນັ້ນເອົາໝາກນາວອອກມາ ແລະ ເພີ່ມນໍ້າເຜິ້ງລົງໄປ 1 ບ່ວງ.

