ນະຄອນຫລວງຈະເລັ່ງສ້ອມແປງເສັ້ນທາງເປ່ເພໃນຕົວເມືອງ

ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ພວມຂຶ້ນແຜນປັບປຸງສ້ອມແປງເສັ້ນທາງທີ່ຊຸດ ໂຊມເປ່ເພໃນຕົວເມືອງນັບທັງທາງປູຢາງ ແລະ ທາງດິນແດງທີ່ເປັນບວກ, ເປັນຂຸມ, ເພື່ອຮັບປະກັນໃຫ້ການສັນຈອນໄປມາມີຄວາມສະດວກ, ສະອາດຈົບງາມ ແລະ ປັດຈຸບັນ ຍັງໄດ້ຮັບງົບປະມານຈາກກອງທຶນບູລະນະທາງຫລວງເພື່ອປະຕິບັດໂຄງການແກ້ໄຂການສັນຈອນແອອັດ ແລະ ຫລຸດຜ່ອນອຸປະຕິເຫດໃນຕົວເມືອງ, ໂດຍຈະຕິດຕັ້ງຮາວກັ້ນທາງຍ່າງ ແລະ ອຸປະກອນດ້ານຄວາມປອດໄພຕາມທາງໂຄ້ງ, ທາງແຍກ ແລະ ຈຸດຕ່າງໆ, ຊຶ່ງປັດຈຸບັນພວມຢູ່ໃນຂັ້ນຕອນການແຈ້ງເຊີນໃຫ້ບັນດາບໍລິສັດຕ່າງໆເຂົ້າມາປະມູນໂຄງການດັ່ງກ່າວ.
ຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ປີຜ່ານມາ, ໄດ້ສ້ອມແປງທາງປູຢາງໃນນະຄອນຫລວງວຽງຈັນທັງໝົດ 14 ເສັ້ນຄື: ເສັ້ນທາງທົ່ງສ້າງນາງ-ໂຮງກາຍະສິນ-ວັດດົງປ່າແຫລບ, ທາງ P3 ຈຸດ 4 ແຍກໄຟແດງໂພນຕ້ອງ-ປ້ຳນ້ຳມັນ ປຕທ, ເສັ້ນທາງ 4 ແຍກສະພານທອງ-ຊາຍແດນເມືອງໄຊເສດຖາ, ເສັ້ນທາງແຕ່ໂຮງຮຽນອີເລັກໂຕຣ-ຕະຫລາດສວນມອນ-ວັດອາມອນ, ເສັ້ນທາງແຕ່ສະພັງໝໍ້-4 ແຍກດົງປາຍນາ-ໂຮງໝໍ 103, ເສັ້ນທາງລຽບສະໜາມບິນ, ເສັ້ນທາງໂຮງແຮມນະຄອນສັກ-ເສັ້ນທາງ P3, ເສັ້ນທາງ 3 ແຍກໂຮງຮຽນກ້າວໜ້າ-ວັດສີສະຫວາດ-3ແຍກລັດວິສາຫະກິດລາວໂທລະຄົມ, ເສັ້ນທາງຊອຍຕະຫລາດເຊົ້າ, ເສັ້ນທາງຮ່ອມບ້ານໂພນພະເນົາ, ເສັ້ນທາງ 3 ແຍກຫໍພັກຊີເກມ-3 ແຍກນາທົ່ມ-ສີແຍກຄະນະປ່າໄມ້, ເສັ້ນທາງດົງໂດກ-ສີເກີດ, ເສັ້ນທາງແຕ່ 450-ສະໜາມກິລາຫລັກ16-ຖະໜົນ 13 ໃຕ້ ແລະ ເສັ້ນທາງບູລີຈັນ.

