ປກສ ນະຄອນປາກເຊ​ ກະກຽມຄວາມພ້ອມໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໄລຍະປີໃໝ່ສາກົນ

ພັທ ຂັນທອງ​ ໄຊຍະວົງ ຮອງພະແນກຕໍາຫຼວດ ກອງບັນຊາການ ປກສ​ ນະຄອນປາກເຊ​ ໃຫ້ສໍາພາດໃນວັນທີ​ 28​ ທັນວາ​ 2023​ ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງກອງບັນຊາການປ້ອງກັນຄວາມສະຫງົບ (ປກສ)​ ແຂວງຈຳປາສັກ ກໍຄືແຜນການເຄື່ອນໄຫວຂອງກອງບັນຊາການ ປກສ ນະຄອນປາກເຊ​ ວາງອອກ ເພື່ອເປັນການເພີ່ມທະວີຄວາມຮັບຜິດຊອບຂອງກໍາລັງໃນການເຮັດໜ້າທີ່ການເມືອງ​ ໂດຍສະເພາະແມ່ນການປ້ອງກັນເວນຍາມ ແລະ ປະຈຳການຄອຍເຫດ,​ ຮັບປະກັນທາງດ້ານຄວາມສະຫງົບ,​ ຄວາມເປັນລະບຽບຮຽບຮ້ອຍ​ ແລະ​ປອດໄພໃຫ້ກັບພໍ່-ແມ່ປະຊາຊົນ ແລະ​ ນັກທ່ອງທ່ຽວທາງພາຍໃນ ແລະ​ ຕ່າງປະເທດ ກໍຄືການເຄື່ອນໄຫວກິດຈະກຳຕ່າງໆຂອງນະຄອນ​ ໂດຍສະເພາະແມ່ນໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2023​ ແລະ​ ຕ້ອນຮັບປີໃໝ່ສາກົນ​ ຄສ​ 2024​ ຢູ່ນະຄອນປາກເຊ​ ທີ່ຈະມາຮອດໃນມໍ່ໆນີ້,​

ກອງບັນຊາການ ປກສ​ ນະຄອນປາກເຊ​ ໄດ້ມອບໝາຍໜ້າທີ່ຄວາມຮັບຜິດຊອບໃຫ້​ ພະແນກຕໍາຫຼວດພວກເຮົາ​ ໂດຍປະສານສົມທົບ​ ກັບ​ ພະແນກຈະລາຈອນ​ ກອງບັນຊາການ​ ປກສ.​ແຂວງ​ ວາງແຜນເຄື່ອນໄຫວຈັດວາງກໍາລັງຕຳຫຼວດຈະລາຈອນ​ ເຂົ້າໃສ່ຈຸດຕ່າງໆຕາມສາຍທາງພາຍໃນຂອບເຂດນະຄອນປາກເຊ ເພື່ອອຳນວຍຄວາມສະດວກໃນການສັນຈອນ ແລະ ຕິດຕາມກວດກາສະພາບການສັນຈອນຢູ່ຕາມທ້ອງຖະໜົນ​ ຕິດພັນກັບການລົງໂຄສະນາປູກຈິດສຳນຶກໃຫ້ແກ່ນັກຂັບຂີ່​ ຜູ້ໃຊ້ລົດໃຊຊ້ຖະໜົນ​ ໄດ້ຮັບຮູ້ເຂົ້າໃຈ,​ ມີສະຕິປະຕິ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ທັງເປັນການຫຼີກເວັ້ນຫຼຸດຜ່ອນການເກີດອຸບັດ ເຫດຢູ່ຕາມທ້ອງຖະໜົນ​ ເຊິ່ງເຫັນວ່າເປັນບັນຫາປະກົດການຫຍໍ້ທໍ້ໜຶ່ງ​ ທີ່ເກີດຂຶ້ນ ແລະ ສ້າງຜົນເສຍຫາຍຕໍ່ຊີວິດ ສຸຂະພາບ ຊັບສິນຂອງປະຊາຊົນ ກໍຄືຂອງລັດ ແລະ ລວມໝູ່.​

ພັທ ຂັນທອງ​ ໄຊຍະວົງ​ ກ່າວຕື່ມວ່າ: ເພື່ອເປັນການສະກັດກັ້ນບັນຫາດັ່ງກ່າວ, ເຈົ້າ ໜ້າທີ່ພວກເຮົາຈິ່ງໄດ້ຈັດວາງກຳລັງເຂົ້າໃສ່ຈຸດຕ່າງໆທີ່ສໍາຄັນຢູ່ຕາມສາຍທາງໃນຂອບເຂດນະຄອນປາກເຊ​ ເປັນຕົ້ນແມ່ນເສັ້ນທາງເລກທີ13,​ ເສັ້ນທາງສາລາຂຽວດົງຈອງ,​ ເສັ້ນທາງແຄມຂອງ ລວມທັງໝົດມີ 9​ ຈຸດ​ ຄື: ວົງວຽນ​ ໜ້າກອງພັນໃຫຍ່ 645, ວົງວຽນວັດພູ, ໄຟແດງວັດທາງເຂົ້າໂຮງຮຽນຈີນ, ໄຟແດງໜ້າສະໜາມກິລາ, ໄຟແດງຂ້າງສະຖານີວິທະຍຸ, ໄຟແດງໜ້າໂຮງສີທັນສະໄໝ, ວົງວຽນປາຄ່າ, ໄຟແດງທ່າຫຼວງ ແລະ ແກ້ໄຂອຸບັດເຫດ​ ໂດຍວາງຈຸດ ເຄື່ອນໄຫວ​ໂຄສະນາມີ 6 ຈຸດ.​

ນອກນັ້ນ​ ກໍມີຈຸກວດກາເຄື່ອນທີ່ ແລະ ຈຸດກວດກາ ຈັບຄວາມໄວ,​ ກວດກາທາດເຫຼົ້າ ແລະ ຕິດຕາມສະພາບການສັນຈອນ ຂອງພະແນກຈະລາຈອນ ປກສ​ ແຂວງ 3 ຈຸດ ເຊິ່ງໄດ້ປະກອບກຳລັງປະຈໍາການຢູ່ແຕ່ລະຈຸດ. ໃນນາມຕາງໜ້າເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ​ ນະຄອນປາກເຊ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ​ ແລະ​ ທຸກພາກ ສ່ວນໃນສັງຄົມ​ ໂດຍສະເພາະແມ່ນນັກຂັບຂີ່​ ຜູ້ທີ່ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິ ແລະ ເປັນເຈົ້າການນໍາກັນໃນການຂັບຂີ່ທຸກຄັ້ງ​ ຕ້ອງປະຕິບັດກົດລະບຽບຈະລາຈອນ ຢ່າງເຂັ້ມງວດ,​ ກ່ອນຈະຂັບຂີ່ລົດອອກຈາກເຮືອນ ຫຼື ກ່ອນຈະອອກເດີນທາງ ຕ້ອງໄດ້ກວດກາເຊັກສະພາບຂອງລົດ​ ແລະ​ ຜູ້ຂັບຂີ້ກ່ອນ​ ເພື່ອຮັບປະກັນຄວາມປອດໄພຂອງຕົວທ່ານເອງ.​ ຖ້າໃຊ້ລົດຈັກ​ ກໍຕ້ອງໃສ່ໝວກກັນກະທົບ,​ ມີເອກະສານຕ່າງໆທີ່ກ່ຽວພັນກັບພາຫະນະ​ ກໍຕ້ອງມີຄົຍຖ້ວນ,​ ເມື່ອເຫັນເຈົ້າໜ້າທີ່ ກວດກາ​ ກໍຕ້ອງສະແດງຄວາມບໍລິສຸດໃຫ້ຄວາມຮ່ວມມື ແລະ ມີສ່ວນຮ່ວມນໍາກັນ.​ ທັງນີ້​ ກໍເພື່ອເປັນການຫຼຸດຜ່ອນ ແລະ ເປັນການສະກັດກັ້ນບັນຫາອຸບັດເຫດທີ່ອາດຈະເກີດຂຶ້ນ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ໃນກໍລະນີຫາກທ່ານປະສົບອຸບັດເຫດ ຫຼື ພົບພໍ້ຄົນປະສົບອຸບັດເຫດ ຂໍໃຫ້ທ່ານຈົ່ງໄດ້ໃຫ້ການຊ່ວຍເຫຼືອຄົນເຈັບ,​ ນໍາສົ່ງຄົນເຈັບໄປ ໂຮງໝໍໂດຍດ່ວນ; ບໍ່ເຄື່ອນຍ້າຍພາຫະນະທີ່ເກີດອຸບັດເຫດ; ປະສານຫາເຈົ້າໜ້າທີ່ກ່ຽວຂ້ອງ; ໃຫ້ຂໍ້ມູນທີ່ເປັນປະໂຫຍດຕໍ່ຮູບຄະດີ ກັບ ເຈົ້າໜ້າທີ່ຕາມຄວາມເປັນຈິງ.​

ສຳລັບເວລາພົບເຫັນການເກີດອຸບັດເຫດຢູ່ນະຄອນປາກເຊ​

ຂໍໃຫ້ທ່ານ​ປະສານ ຫຼື ໂທລາຍງານ​ເຈົ້າໜ້າທີ່​ ໄດ້ຕາມໝາຍເລກໂທລະສັບ

030 9789 923