ຂໍໃຫ້ລະບຽບຈະລາຈອນເປັນ ເອກະພາບ ແລະ ເຂັ້ມງວດ

ເພື່ອນຜູ້ອ່ານທີ່ຮັກແພງ, ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ໃນປັດຈຸບັນ ຖ້າເວົ້າເລື່ອງລະບຽບກົດໝາຍຕ່າງໆຢູ່ປະເທດເຮົາຂ້ອນຂ້າງຄົບຖ້ວນສົມຄວນ ບໍ່ສະເພາະແຕ່ລະບຽບການຈະລາຈອນ ໂດຍພື້ນຖານແລ້ວແມ່ນຮັດກຸມສົມຄວນ ຖ້າໃຜລະເມີດ ແລະ ເຮັດຜິດກໍຈະມີການປັບໄໝໃສ່ໂທດຕາມສະຖານໜັກ ຫລື ເບົາດັ່ງລະບຽບ ແລະ ກົດໝາຍກຳນົດໄວ້.
ແຕ່ໃນຜ່ານມາກໍມີຫລາຍອັນທີ່ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນຕ້ອງອັບປະໂຫຍດນຳ. ດັ່ງກົດໝາຍລ້ຽວຂວາໃນທາງ 4 ແຍກໄຟແດງໄດ້ ຫລື ບໍ່ ? ແລະ ກໍມີຫລາຍກໍລະນີທີ່ຜູ້ຂັບຂີ່ຖືກເຈົ້າໜ້າທີ່ປັບໄໝ ຫລື ສຶກສາອົບຮົມກ່າວເຕືອນວ່າເປັນການລ່ວງລະເມີດ, ແຕ່ຕົວຈິງແລ້ວ ດ້ານລະບຽບຈະລາຈອນກໍມີການປັບປຸງເຮັດແນວໃດເພື່ອອຳນວຍຄວາມສະດວກໃຫ້ຜູ້ທ່ຽວທາງດີທີ່ສຸດ ແລະ ສາມາດຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ປັດຈຸບັນກໍແມ່ນກໍລະນີຮັດສາຍແອວນິລະໄພໃນເວລາຂັບຂີ່ລົດໃຫຍ່, ຖ້າເວົ້າໃນດ້ານລະບຽບແມ່ນໃຜບໍ່ປະຕິບັດແມ່ນຈະຖືກປັບໄໝ, ແຕ່ໃນຕົວຈິງຕໍ່ກັບບັນຫາດັ່ງກ່າວແມ່ນເບື້ອງເຈົ້າໜ້າທີ່ຈະລາຈອນເຮົາບໍ່ໄດ້ເອົາໃຈໃສ່ພໍປານໃດ ຈຶ່ງກໍ່ໃຫ້ເກີດກໍລະນີວ່າ: ບາງຄັ້ງເພິ່ນຂຶ້ນໃຈມາກໍເປົ່າຫວີດ ຜູ້ຂັບຂີ່ບໍ່ຮັດສາຍແອວນິລະໄພມາປັບໄໝ, ແຕ່ໂດຍສ່ວນຫລາຍແລ້ວແມ່ນເຈົ້າໜ້າທີ່ເພິ່ນຈະບໍ່ຄ່ອຍໃສ່ໃຈປານໃດໃນຂໍ້ຫ້າມນີ້ ຈຶ່ງກໍ່ໃຫ້ເກີດມີຂໍ້ຂ້ອງໃຈຂອງສັງຄົມອອກມາວ່າຈະເອົາແນວໃດກັນແທ້ ?. ດັ່ງນັ້ນ ເພື່ອບໍ່ເປັນຊ່ອງຫວ່າງ ແລະ ເຮັດໃຫ້ມີຄວາມປອດໃສແລ້ວ ຖ້າອັນໃດແມ່ນລະບຽບ ແລະ ຂໍ້ຫ້າມກໍຕ້ອງປະຕິບັດ, ສ່ວນເບື້ອງເຈົ້າໜ້າທີ່ເອງກໍຕ້ອງໄດ້ເອົາໃຈໃສ່ການໂຄສະນາລະບຽບຈະລາຈອນໃຫ້ມວນຊົນໄດ້ຮັບຮູ້ເຂົ້າໃຈ ແລະ ປະຕິບັດຕາມ, ຖ້າໃຜບໍ່ປະຕິບັດກໍຈຶ່ງມີການປັບໄໝໃສ່ໂທດໄດ້.

