ຍີ່ປຸ່ນເລີ່ມສະແດງແສນຍານຸພາບທາງທະເລແຂ່ງກັບຈີນ


ກຳປັ່ນບັນທຸກເຮລິບກົບແຕ ເຈເອສ ອີຊູໂມ (JS Izumo) ເຊິ່ງເປັນຄວາມພາກພູມໃຈຂອງກອງກຳລັງປ້ອງກັນຕົນເອງທາງທະເລຂອງຍີ່ປຸ່ນ ເລີ່ມປະກາດຢູ່ນ່ານນ້ຳພາກພື້ນອາຊີຫລາຍຂຶ້ນໃນໄລຍະຜ່ານມາ ໂດຍເຂົ້າຮ່ວມໃນປະຕິບັດຕ່າງໆ ແລະ ຈະອອກລາດຕະເວນໄປທົ່ວນ່ານນ້ຳຂອງພາກພື້ນໃນໄລຍະສາມເດືອນຕໍ່ໜ້າ.
ທ່ານ ອາເລັກຊານເດີ ເນລ ສະມາຊິກອາວຸໂສຂອງການເຈລະຈາແຊງກຣີລາ (Shangri-La Dialogue) ແລະ ນັກວິໄຈປະຈຳສະຖາບັນສາກົນເພື່ອການສຶກສາຍຸດທະສາດແຫ່ງອາຊີ (IISS-Asia) ເບິ່ງການເຄື່ອນໄຫວດັ່ງກ່າວຂອງກຳປັ່ນ JS Izumo ວ່າສອດຄ່ອງກັບທ່າອ່ຽງທີ່ຍີ່ປຸ່ນຕ້ອງການເພີ່ມບົດບາດຂອງກອງກຳລັງປ້ອງກັນຕົນເອງ ໂດຍສະເພາະການປ້ອງກັນທາງທະເລ ເຊິ່ງປັດຈຸບັນນີ້ ຍີ່ປຸ່ນພວມກັງວົນຕໍ່ຈີນແຜ່ຂະຫຍາຍແສນຍານຸພາບໄປທົ່ວນ່ານນ້ຳອ້ອມຮອບຂອງຍີ່ປຸ່ນ ແລະ ທະເລຈີນໃຕ້.
ກຳປັ່ນ JS Izumo ເປັນກຳປັ່ນຂະໜາດໃຫຍ່ສຸດທີ່ຍີ່ປຸ່ນສ້າງຂຶ້ນ ພາຍຫລັງສິ້ນສຸດສົງຄາມໂລກຄັ້ງທີ II, ເຖິງວ່າມີລັກສະນະຄືກຳປັ່ນບັນທຸກເຮືອບິນ, ແຕ່ທາງການຍີ່ປຸ່ນລະບຸວ່າເປັນກຳປັ່ນບັນທຸກເຮລິກົບແຕທີ່ສາມາດບັນທຸກໄດ້ສູງສຸດ 20 ກວ່າລຳ ເຊິ່ງອາດນຳໄປໃຊ້ໃນປະຕິບັດການຊ່ວຍເຫລືອທາງມະນຸດສະທຳຕ່າງໆ.
ຜູ້ຊ່ຽວຊານຂອງຈີນຊີ້ວ່າ: ຖ້າມີການດັດແປງພຽງເລັກໜ້ອຍ, ກຳປັ່ນ JS Izumo ຈະສາມາດກາຍເປັນກຳປັ່ນບັນທຸກເຮືອບິນທີ່ຮອງຮັບການບິນຂຶ້ນ ແລະ ລົງຈອດຂອງເຮືອບິນຮົບ ລວມທັງເຮືອບິນສເຕລ F-35 ໄດ້ ເຊິ່ງຂໍ້ສັງເກດນີ້ສະແດງເຖິງຄວາມກັງວົນຂອງຝ່າຍຈີນທີ່ມີຢູ່ເຊັ່ນກັນ.

ທ່ານ ອາເລັກຊານເດີ ເນລ ກ່າວກັບ BBC ວ່າ: ການຂະຫຍາຍປະຕິບັດການທາງທະເລຂອງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ຄືການຕອບໂຕ້ຈີນທີ່ເລັ່ງແຜ່ຂະຫຍາຍແສນຍານຸພາບທາງທະເລແບບບໍ່ມີຂອບເຂດ ທັງເປັນການຍົກລະດັບບົດບາດຂອງຍີ່ປຸ່ນໃນການປ້ອງກັນພາກພື້ນ ແລະ ແບ່ງເບົາພາລະໃຫ້ປະເທດພັນທະມິດ ຄືອາເມລິກາ ໂດຍມໍ່ໆມານີ້, ກຳປັ່ນ JS Izumo ໄດ້ຊ່ວຍປ້ອງກັນກຳປັ່ນສະບຽງຂອງອາເມລິກາ ເຊິ່ງພວມເດີນທາງໄປແຫລມເກົາຫລີ ໂດຍເປັນປະຕິບັດການພາຍໃຕ້ຂອບກົດໝາຍໃໝ່ທີ່ອະນຸຍາດໃຫ້ກອງກຳລັງປ້ອງກັນຕົນເອງເຂົ້າຊ່ວຍເຫລືອປະເທດພັນທະມິດຕໍ່ຕ້ານໄພທີ່ມີຮ່ວມກັນໄດ້.
ສະພາບການແບບນີ້ຍັງເຮັດໃຫ້ອຸດສາຫະກຳການທະຫານຂອງຍີ່ປຸ່ນທີ່ເຄີຍຊຸດໂຊມກັບມີຄວາມຄຶກຄື້ນອີກ ໂດຍບໍລິສັດຜູ້ຄ້າອາວຸດເພື່ອການປ້ອງກັນທາງທະເລຂອງຍີ່ປຸ່ນເລີ່ມອອກສະແຫວງຫາຂໍ້ຕົກລົງທາງທຸລະກິດໃນຕ່າງປະເທດຫລາຍຂຶ້ນ ເຊັ່ນບໍລິສັດອຸດສາຫະກຳໜັກມິດຊູບິຊິໄດ້ເຂົ້າຮ່ວມປະກວດລາຄາຈັດສ້າງເຮືອດຳນ້ຳໃຫ້ລັດຖະບານອົດສະຕຣາລີໃນປີຜ່ານມາ ແລະ ມີການນຳເອົາເຮືອບິນກວດກາທາງທະເລຮຸ້ນໃໝ່ Kawasaki P-1 ອອກບິນສະແດງຢູ່ສະຫະລາຊະອານາຈັກໃນສອງປີກ່ອນ.

