ແຄເບີ ພິກລ໊ອກຕົກຣອບທຳອິດເຕັນນິສ ເຟຣນ ໂອເພນ

ການແຂ່ງຂັນເຕັນນິສ ແກຣນສະແລມລຳດັບທີ 2 ຂອງ ປີລາຍການ “ເຟຣນ ໂອເພນ” ທີ່ສະໜາມໂຣລ໊ອງ ກາໂຣສ ໃນ ນະຄອນປາຣິສ ປະເທດຝຣັ່ງ ໃນ ປະເພດຍິງດ່ຽວຮອບທຳອິດ ອັນ ເຈລິກ ແຄເບີ ມືວາງອັນດັບ 1 ລາຍການຈາກ ເຢຍລະມັນ ເກີດ ການພິກລ໊ອກ ຫຼັງຖືກ ເອຄາເທ ຣິນາ ມາຄາໂຣວາ ມ້າມືດຈາກ ຣັດເຊຍ ເອົາຊະນະໄປຢ່າງຂາດ ລອຍ 2 -0ເຊັດ 6-2, 6-2.

ສ່ວນ ເປດຣາ ຄວິໂຕວາ ມືວາງອັນດັບ 15 ຂອງລາຍ ການຈາກ ສ.ເຊັກ ທີ່ກັບມາລົງ ແຂ່ງເປັນລາຍການທຳອິດ ຫຼັງ ໄດ້ຮັບບາດເຈັບມືໃນເດືອນທັນ ວາປີຜ່ານມາ ສີມືຍັງບໍ່ຕົກ ຫຼັງ ເອົາຊະນະ ຈູເລຍ ໂບເຊຣັດ ຈາກ ສະຫະລັດ 2-0 ເຊັດ 6-3, 6-2.

+ ສ່ວນຜົນແຂ່ງຂັນຄູອື່ນໆ ມີດັ່ງນີ້:

– ໂມນິກາ ປູອິກ 2-1 ເຊັດ ໂຣແບຕາ ວິນຊີ 6-3, 3-6, 6-2.

– ທິເມຍ ບັກຊິນສະກີ 2-0 ເຊັດ ຊາຣາ ຊໍຣິເບສ 6-1, 6-2.

– ເມດິສັນ ເບຣນເກິລ 2-1 ເຊັດ ຈູເລຍ ຈໍເກສ 1-6,3-6, 13-11.