ປະເທດຜະລິດນ້ຳມັນເຊື້ອໄຟຢ້ຳວ່າຈະຫລຸດປະລິມານການຜະລິດ
ຕາມຂ່າວສານຊິນຮວາ: ອົງການສົ່ງອອກນ້ຳມັນເຊື້ອໄຟ ຫຼື ໂອເປັກ ແລະ ປະເທດຜະລິດນ້ຳມັນເຊື້ອໄຟທີ່ບໍ່ຂຶ້ນກັບອົງການດັ່ງກ່າວ ໄດ້ກ່າວຢ້ຳໃນກອງປະຊຸມພະລັງງານແຄມບຣິກ ທີ່ຈັດຂຶ້ນຢູ່ຮິວສ໌ຕັນ ໃນວັນທີ 7 ມີນານີ້ວ່າ: ຈະປະຕິບັດຕາມສັນຍາຫຼຸດປະລິມານການຜະລິດທີ່ເຊັນກັນ ໃນທ້າຍປີຜ່ານມາ ເພື່ອເຮັດໃຫ້ ລາຄານ້ຳມັນເຊື້ອໄຟໂລກໝັ້ນ ທ່ຽງ, ຂະນະທີ່ທ່ານ ຄາລິດ ອັນ…
